ຫຼວງພະບາງແດນງາມ ແຫ່ງ ສປປລາວ
ຫຼວງພະບາງ ເປັນເມືອງທີ່ເກົ່າແກ່ຂອງ ສປປ ລາວ ທີ່ເຕັມໄປດ້ວຍມົນສະເໜ, ມີຄວາມເປັນເອກກະລັກທາງດ້ານວັດທະນະທຳ, ຄວາມຫຼາກຫຼາຍທາງດ້ານຊັບພະຍາກອນການທ່ອງທ່ຽວ ແລະ ມີປະຫວັດສາດຄວາມເປັນມາ ຕິດພັນກັບຂະບວນວິວັດຂອງຊາດ ຫຼາຍຍຸກຫຼາຍສະໄໝ. ປັດຈຸບັນຫຼວງພະບາງ ໄດ້ກາຍເປັນເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງຊາວໂລກທີ່ມີຊື່ສຽງ, ມີບັນດາແຫຼ່ງທ່ອງທ່ຽວ ທີ່ໜ້າປະທັບໃຈເຊັ່ນ: ພະທາດພູສີ, ວັດຊຽງທອງ, ວັດວິຊຸນ, ຫໍພິພິທະພັນ, ນໍ້າຕົກຕາດກວາງຊີ, ຕະ ຫຼາດກາງຄືນ, ບ້ານຫັດຖະກຳ ແລະ ບຸນປະເພນີປີໃໝ່ລາວ, ບຸນຊ່ວງເຮືອເດືອນເກົ້າ-ຫໍ່ເຂົ້າປະດັບດິນ, ບຸນອອກພັນສາໄຫຼເຮືອໄຟ, ບຸນປະເພປີໃໝ່ຂອງເຜົ່າຕ່າງໆ, ສິ່ງເຫຼົ່ານີ້ ໄດ້ສ້າງຄວາມດຶງດູດເອົານັກທ່ອງທ່ຽວຈາກທົ່ວໂລກເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບເພີ້ມຂື້ນ, ຜູ້ທີ່ເຄີຍໄດ້ມາ ຖືວ່າເປັນບຸນຕາທີ່ສູງສົ່ງ, ສ່ວນຜູ້ທີ່ບໍ່ເຄີຍໄດ້ມາ ກໍ່ຂໍເຊີນມາສຳພັດດ້ວຍຕົວເອງ ແລ້ວຈະຮູ້ສຶກ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະ ຫວັດສາດ ຂອງລາວ.