ເປີດຊຸດອົບຮົມໃຫ້ພະນັກງານຫຼັກແຫຼ່ງທີ່ເຮັດວຽກງານອົບຮົມຢູ່ແຂວງຫຼວງພະບາງ
ໃນວັນທີ່ 02 ເມສາ 2025 ນີ້ ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະໂຄສະນາອົບຮົມ ສູນກາງພັກ, ກົມອົບຮົມ ເປີດພິທີອົບຮົມໃຫ້ພະນັກງານຫຼັກແຫ່ຼງທີ່ເຮັດວຽກງານອົບຮົມຢູ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ, ທ່ານ ສົມຈິດ ສິງລໍຄຳ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ; ມີພະນັກງານຫຼັກແຫ່ຼງຈາກບັນດາພະແນກການອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ, ພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຈຳນວນ 40 ທ່ານ.
ທ່ານ ຄຳກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ ໄດ້ກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານກ່າວວ່າ ຈຸດປະສົງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ພະນັກງານທີ່ເຮັດວຽກງານຝຶກອົບຮົມ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບວຽກງານອົບຮົມຂອງພັກ, ຄວາມຮູ້ດ້ານ ວິຊາການຂອງວຽກງານອົບຮົມ ເປັນຕົ້ນແມ່ນ ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມຂອງພັກ, ວິທີການ ຂຽນ ແລະ ການປັບປຸງເອກະສານ, ຂັ້ນຕອນການບັນຍາຍເອກະສານ ລວມທັງຂັ້ນຕອນການຈັດຕັ້ງປະຕິ ບັດການຝຶກອົບຮົມໃຫ້ແຕ່ລະເປົ້າໝາຍ. ບົນພື້ນຖານຂອງຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເພື່ອປັບປຸງຍົກລະດັບຄວາມຮູ້ຂອງພະນັກງານ ເຮັດວຽກງານອົບຮົມໃຫ້ສູງຂຶ້ນ ແລະ ສາມາດຈັດຕັ້ງປະຕິບັດ ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນດີກວ່າ ເກົ່າ ເພື່ອສ້າງການຫັນປ່ຽນຄຸນນະພາບຂອງວຽກງານອົບຮົມຢ່າງແຂງແຮງ ຢູ່ຂັ້ນແຂວງ, ຂັ້ນເມືອງ-ນະຄອນ. ບົດຮຽນຝຶກອົບຮົມໃນຄັ້ງນີ້ປະກອບມີ 5 ຫົວຂໍ້ຄື: ວຽກງານໂຄະນາອົບຮົມຂອງພັກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນ ແລະ ປັບປຸງເອກະສານອົບຮົມ, ການບັນຍາຍເອກະສານອົບຮົມ ແລະ ການຈັດຕັ້ງຝຶກອົບຮົມວຽກງານອົບຮົມ.
ປະທານໄດ້ເໜັ້ນໃຫ້ບັນດານັກສຳມະນາກອນເອົາໃຈໃສ່ຄົ້ນຄວ້າ, ກຳໄດ້ບົດຮຽນ ໃນການຝຶກອົບຮົມໃນຄັ້ງນີ້, ເປັນຕົ້ນແມ່ນການຂຽນບົດ, ສັງລວມບົດ ທີ່ຈະນຳໄປເຜີຍແຜ່, ເຊື່ອມຊຶມແຕ່ລະເປົ້າໝາຍໃຫ້ມີຄວາມເໝາະສົມ, ເຂົ້າໃຈງ່າຍ, ເວົ້າໃຫ້ຖືກກັບສະພາບຄວາມເປັນຈິງແຕ່ລະທ້ອງຖິ່ນ.