ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ

ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ

ຕອນເຊົ້າຂອງວັນທີ່ 9 ສິງຫາ 2024 ນີ້; ຄະນະໂຄສະນາອົບຮົມ ເມືອງວຽງຄຳ ລົງເຄື່ອນໄຫວ ອົບ ຮົມມະຫາຊົນຜູ້ກ້າວໜ້າເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປະຈຳປີ 2024 ຢູ່ກຸ່ມພັດທະນາ ບ້ານ ແສ້, ເປັນປະທານ ໂດຍ ສະຫາຍ ສົມບັດ ແກ້ວພົມມາ, ຮອງຫົວຫນ້າຄະນະໂຄສະນາອົບຮົມ ເມືອງວຽງຄຳ.

ໃນນັ້ນ ມີວິທະຍາກອນ ແລະສຳມະນາກອນມາຈາກໜ່ວຍພັກ ຈ້ອງໃຕ້, ໜ່ວຍພັກ ຫ້ວຍກູ້, ໜ່ວຍພັກ ສາມຕົ້ນ, ໜ່ວຍພັກ ມໍຕົ້ນ ວັງບົງ, ໜ່ວຍພັກ ຫາດຮຸງ, ໜ່ວຍພັກ ຫ້ວຍກວ້າງ, ໜ່ວຍພັກ ວັງໄບ, ໜ່ວຍພັກ ອົງການຈັດຕັ້ງມະຫາຊົນ, ໜ່ວຍພັກ ຄະນະຈັດຕັ້ງ, ໜ່ວຍພັກ ໂຮງຫມໍຊຸມຊົນ,  ເຂົ້າຮ່ວມທັງຫມົດ 15 ສະຫາຍ, ຍິ່ງ 4 ສະຫາຍ.

ບົດຮຽນທີ່ອົບຮົມໃນຄັ້ງນີ້ ແມ່ນໄດ້ນຳໃຊ້ເອກະສານຈາກ ຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 13 ຄໍາຖາມ 13 ຄໍາຕອບ, ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ ແລະ ເງື່ອນໄຂຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລະ ຜົນປະໂຫຍດຂອງສະມາຊິກພັກ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມຮັບຮູ້, ເຂົ້າໃຈເລິກຕື່ມ ກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະ ຫຼັກການລວມຂອງພັກ, ພ້ອມທັງຮັບຮູ້ ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.

ໃນຕອນທ້າຍ ສະຫາຍ ສົມບັດ ແກ້ວພົມມາ ໄດ້ເນັ້ນໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະ ຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ທີ່ເຂົ້າຮ່ຳຮຽນເອກະສານໃນຄັ້ງນີ້; ຈົ່ງນຳເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດວຽກງານຕົວຈິງທີ່ພັກ-ລັດມອບໝາຍໃຫ້ມີຜົນສຳເລັດເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ຫນ້າ ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນເພື່ອໄວ້ເປັນລັກຖານອີກດ້ວຍ.

ຂ່າວ ບຸນມີ ໄຊຍະກຸມມານ ນັກຂ່າວຄະນະໂຮສະນາອົບຮົມເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa