ເປີດພິທີຝຶກອົບຮົມລະບົບຄອມພີວເຕີ

 

 

 

ເປີດພິທີຝຶກອົບຮົມລະບົບຄອມພີວເຕີ

ໃນວັນທີ່ 18 ມີນາ 2024 ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຮ່ວມກັບທີມງານຄະນະໂຄສະນາອົບ ຮົມສູນກາງພັກ ໄດ້ເປີດຝຶກອົບຮົມລະບົບຄອມພີວເຕີ, ການບຳລຸງຮັກສາລະບົບເຄື່ອຂ່າຍເອເລັກໂຕຼນິກ ໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມເມືອງ ຂື້ນຢູ່ຫ້ອງປະຊຸມພະແນກແຮງງານ, ສະ ຫວັດດີການ-ສັງຄົມແຂວງ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງວຽນວິໄລ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດເຂດ 6, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີນັກສຳມະນາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງເຂົ້າຮ່ວມ 20 ທ່ານ, ຍິງ 10 ທ່ານ

ການຈັດ​ຕັ້ງຝຶກອົບຮົມ​ໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດ ຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກງານໄອທີ ໃຫ້ແກ່ພະນັກງານໂຄສະນາອົບຮົມແຂວງ, ເມືອງ ໄດ້ເຂົ້າໃຈ ເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນການເຮັດວຽກງານວິຊາສະເພາະ ໃຫ້ມີຄວາມສະດວກ,ວ່ອງໄວ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0.  ບົດຮຽນທີ່ຝຶກອົບຮົມໃນຄັ້ງນີ້ ປະກອບມີ: ຄວາມຮູ້ພື້ນຖານຂອງລະບົບອົງປະກອບຂອງຄອມພີວເຕີ, ການຕິດຕັ້ງ windows 2007, ການຕັ້ງຄ່າເບື້ອງຕົ້ນ ແລະ ການຕິດຕັ້ງໂປຼແກຼມພື້ນຖານ, ວິທີແກ້ໄຂບັນຫາ ແລະ ການບຳລຸງຮັກສາຄອມພີວເຕີ, ການຄວບຄຸມຄອມພີວເຕີໄລຍະໄກດ້ວຍໂປຼແກຼມ Anydesk. ການຝຶກອົບຮົມໃຊ້ເວລາ 2 ວັນ(18-19 ມີນາ), 12 ຊົ່ວໂມງ. ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນໄວ້ເພື່ອເປັນຫຼັກຖານ.

ຕອນທ້າຍພິທີປະທານໄດ້ເໜັ້ນໜັກບັນດານັກສຳມະນາກອນ ເພີ່ມທະວີຄວາມຮັບຜິດຊອບຕໍ່ຜົນສຳເລັດທີ່ໄດ້ຮຽນມາໄປສຶກສາເພີ່ມເຕີມ ເພື່ອນຳມາຮັບໃຊ້ໜ້າທີ່ວຽກງານໂຄສະນາໃຫ້ໄດ້ຮັບຜົນດີ ມີຄວາມສະດວກ, ວ່ອງໄວ ແລະ ສາມາດຖ່າຍທອດໃຫ້ຜູ້ອື່ນໆ ໄດ້ ກາຍເປັນຜູ້ຊໍານິຊໍານານວຽກງານ ໄອທີ ໃນຕໍ່ໜ້າ ແລະ ສາມາດນຳເອົາຄວາມຮູ້ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ໄດ້ຮັບຜົນທີ່ດີຂື້ນເທື່ອລະກ້າວ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa