ເປີດອົບອົບຮົມມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2024

ເປີດອົບອົບຮົມມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2024

 

ໃນ​ລະ​ຫວ່າງວັນ​ທີ 3-4 ກໍລະກົດ 2024 ​ນີ້ ຢູ່​ທີ່​ຫ້ອງ​ປະ​ຊຸມ​ຂອງ​ຄະນະໂຄສະນາອົບຮົມແຂວງໄດ້​ມີ​ການ​ຈັດ​ຕັ້ງອົບຮົມມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ່ III ຄັ້ງວັນທີ 3-4 ກໍລະກົດ ປະຈໍາປີ 2024 ໂດຍ​ການເປັນ ປະທານ ຂອງສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີ​​ຄະ​ນະ​ຮັບ​ຜິດ​ຊອບ ແລະ ນັກ​ສຳ​ມະ​ນາ​ກອນ​ມາຈາກຄະນະພັກຮາກຖານ ທະນາຄານແຂວງຫຼວງພະບາງ, ຄະນະພັກຮາກຖານ ວິທະຍາໄລຄູຫຼວງພະບາງ, ໜ່ວຍພັກຄະນະກວດກາພັກ-ລັດແຂວງຫຼວງພະບາງ, ໜ່ວຍພັກພະແນກການຕ່າງປະເທດແຂວງ ຈໍານວນ 12 ສະຫາຍ, ຍິງ 6 ສະຫາຍ.

ໃນ​ພິ​ທີ​ ​ປະ​ທານ​ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ບັ້ນ​​ອົບ​ຮົມ ເຊິ່ງ​ເພິ່ນ​ໄດ້​ເນັ້ນ​ໜັກ​ໃຫ້​ນັກສໍາມະນາກອນຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບພັກປະຊາຊົນປະຕິວັດລາວ, ເງື່ອນໄຂເພື່ອຝຶກຝົນຫຼໍ່ຫຼອມຕົນເອງເຂົ້າເປັນສະມາຊິກພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ຜົນປະໂຫຍດທີ່ຈະໄດ້ຮັບ ແລະ ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ປົກປ້ອງບົດບາດ, ກຽດສັກສີຂອງພັກ ເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຍົກໃຫ້ເຫັນໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະນັບທັງສິ່ງທ້າທາຍທີ່ມີຕໍ່ພັກ, ຕໍ່ປະເທດຊາດ.

ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ນຳ​ໃຊ້​ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ 13 ຄໍາຖາມ 13 ຄໍາຕອບ ຂອງຄະນະໂຄສະນາອົບຮົມສູນກາງພັກສົ່ງໃຫ້. ການ​ອົບ​ຮົມ​ແມ່ນ​ໄດ້​ນຳ​ໃຊ້​ວິ​ທະ​ຍາ​ກອນ​ມາ​ຈາກ ຄະນະໂຄສະນາອົບຮົມແຂວງ 3 ສະຫາຍ ແລະ ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa