ເປີດອົບຮົມມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ປະຈໍາປີ 2025

ເປີດອົບຮົມມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ  IV ປະຈໍາປີ 2025

​ລະ​ຫວ່າງວັນ​ທີ 9-10 ກໍລະກົດ 2025 ​ນີ້ ​ຄະນະໂຄສະນາອົບຮົມແຂວງໄດ້​ມີ​ການ​ຈັດພິທີ ອົບອົບຮົມມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ໂດຍ​ການເປັນ ປະທານ ຂອງສະຫາຍ ສົມຈິດ ສິງລໍຄຳ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີ​​ຄະ​ນະ​ຮັບ​ຜິດ​ຊອບ ແລະ ນັກ​ສຳ​ມະ​ນາ​ກອນ​ມາຈາກໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ຄະ ນະພັກຮາກຖານພະແນກສາທາລະນະສຸກແຂວງ, ຄະນະພັກຮາກຖານມະຫາວິທະຍາໄລ ສຸພານຸວົງ ທັງໝົດມີ 19 ສະຫາຍ, ຍິງ 13 ສະຫາຍ.

​ສໍາລັບບົດຮຽນທີ່ນໍາມາອົບ​ຮົມໃນຄັ້ງນີ້ແມ່ນ​ນຳ​ໃຊ້​ເອກະສານ 13 ຄໍາຖາມ 13 ຄໍາຕອບ ຂອງຄະນະໂຄສະນາອົບຮົມສູນກາງພັກ ກຳນົດໃຫ້, ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ ເພື່ອ​ໃຫ້​ມະຫາຊົນຜູ້ກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈມາດຖານ ແລະ  ເງື່ອນໄຂຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດຂອງສະມາຊິກພັກ ເຮັດໃຫ້ມະຫາຊົນມີຄວາມຮັບຮູ້, ເຂົ້າໃຈເລິກກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນພື້ນຖານ ແລະ ຫຼັກການລວມຂອງພັກ, ພ້ອມທັງຮັບຮູ້ ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.

ໃນຕອນທ້າຍ ປະທານພິທີ ໄດ້ເໜັ້ນໃຫ້ມະຫາຊົນ​ຜູ້​ກ້າວໜ້າ ຕ້ອງຮັບຮູ້ ກ່ຽວ​ກັບມາດຖານ ​ແລະ ​ເງື່ອນ​ໄຂຕ່າງໆ ບົນ​ພື້ນຖານ​ຄວາມ​ເຂົ້າ​ໃຈ​ດັ່ງກ່າວ ຕ້ອງ​ຕັ້ງໜ້າ​ຝືກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ​ໃຫ້​ໄດ້​ມາດຖານ ​ແລະ ​ເງື່ອນ​ໄຂ​ຄົບ​ຖ້ວນ ​ແລະ ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ເຂົ້າ​ເປັນ​ສະມາຊິກ​ພັກ​ ປະຊາຊົນ​ປະຕິວັດ​ລາວ ​ເພື່ອ​ເພີ່ມ​ກໍາລັງ​ແຮງສູ້ຮົບ​ໃຫ້​ແກ່​ພັກ ນັບ​ມື້​ນັບ​ຫຼາຍ​ຂື້ນ​ ກາຍເປັນພະນັກງານນໍາພາທີ່ມີປະສົບການ ​ເຮັດ​ໃຫ້​ວຽກ​ງານ​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ ຍົກໃຫ້ເຫັນໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະນັບທັງສິ່ງທ້າທາຍທີ່ມີຕໍ່ພັກ, ຕໍ່ປະເທດຊາດ ຈາກນັ້ນ ກໍ່ໄດ້ມອບມະຕິຕົກລົງຂອງຄະ ນະປະຈໍາພັກແຂວງ ແລະ ໜັງສືນຳສົ່ງຂອງຄະນະໂຄສະນາອົບຮົມແຂວງໃຫ້ນັກສໍາມະນາກອນ.

ການ​ອົບ​ຮົມ​ແມ່ນ​ໄດ້​ນຳ​ໃຊ້​ວິ​ທະ​ຍາ​ກອນ​ມາ​ຈາກ ຄະນະໂຄສະນາອົບຮົມແຂວງ 3 ສະຫາຍ ແລະ ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນເຕັມ.

ໂດຍ: ທ. ສຸດທະວີໄຫວ ມີທະວົງ, ຄະນະໂຄສະນາອົບຮົມແຂວງ

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa