ເມືອງງອຍຈັດພິທີປາຖະກະຖາ 3 ວັນປະຫວັດສາດ

ເມືອງງອຍຈັດພິທີປາຖະກະຖາ 3 ວັນປະຫວັດສາດ

ໃນຕອນເຊົ້າຂອງວັນທີ 28/8/2024  ເວລາ 8:ໂມງ 00 -11ໂມງ: 30 ນາທີ ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດຄື: ວັນຢຶດອຳນາດທົ່ວປະເທດລາວ 23 ສິງຫາ 1945; 23 ສິງ 1975, ວັນສ້າງຕັ້ງສານປະຊາຊົນລາວ ຄົບຮອບ 42 ປີ ແລະ ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 33 ປີ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ ເຊີ່ງເປັນປະທານໂດຍ ທ່ານ  ຄຳເພັດ ຈັນທຸມມາ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ​ຜູ້ເຂົ້າຮ່ວມພິທີໃນຄັ້ງນີ້ມີ ຄະນະປະຈຳ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານບໍານານ, ພະນັກງານເສຍອົງຄະ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນເທດສະບານເມືອງ;

ພິທີ ປະທານ ກໍ່ໄດ້ບັນຍາຍເລົ່າມູນເຊື້ອຄວາມສາມັກຄີໃນສະໄໝການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນໃນໄລຍະການລຸກຮື້ຂຶ້ນຢຶດອຳນາດ ແລະ ມູນເຊື້ອຮັກຊາດຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກ, ມູນເຊື້ອປະຫວັດສາດຂອງການຕໍ່ສູ້ພິລະອາດຫານຂອງກອງທັບໃນການຍາດເອົາໄຊຊະນະຮອບດ້ານແບບ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ ສາມາດຈັບປາໄດ້ທັງໝົດ”  ນີ້ຄືຄວາມຮູ້ຄວາມສະຫຼາດທີ່ມີໄຫວພິກ, ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອປະ ເທດຊາດ ແລະ ມູນເຊື້ອອັນດີງາມແຫ່ງການສູ້ຣົບພິລະອາດຫານຂອງບັນດາທ່ານຜູ້ນຳພັກ-ລັດ ແລະ ປະຊາຊົນລາວບັດາເຜົ່າຮຸ່ນກ່ອນທີ່ນຳພາ-ພາລະກິດປະຕິວັດປົດປອ່ຍປະເທດຊາດ ຢຶດຄອງແຜນດິນໄດ້ຢ່າງສົມບູນ ໂດຍສະເພາະແມ່ນພະນັກ ງານຫຼັກແຫຼ່ງ, ສະມາຊິກພັກ, ຄົນຮຸ່ນໜຸ່ມ, ປະຊາຊົນບັນດາເຜົ່າໃຫ້ຮັບຮູ້-ເຂົ້າໃຈ ເລິກເຊິ່ງກ່ຽວກັບການຊິ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ, ລວມທັງພາກທິດສະດີ ແລະ ພຶດຕິກຳຕົວຈິງ ໃນການວາງແນວທາງຍຸດທະສາດ, ຍຸດໂທບາຍການຕໍ່ສູ້ ແລະ ວິທີການເຄື່ອນໄຫວປະຕິວັດຢ່າງຖືກຕ້ອງ, ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ, ສຶກສາຮ່ຳຮຽນເອົາແບບຢ່າງ ຄຸນສົມບັດ, ສິນທໍາປະຕິວັດ, ມູນເຊື້ອຄວາມສາມັກຄີປອງດອງຂອງພັກຂອງຊາດ ກໍ່ຄືຜົນງານອັນດີເດັ່ນຂອງຜູ້ ນໍາ ແລະ ປະຊາຊົນລາວບັນດາເຜົ່າຮຸ່ນກ່ອນ  ເພື່ອເສີມຂະຫຍາຍມູນເຊື້ອການຊີ້ນໍາ-ນຳພາຮອບດ້ານຂອງພັກ ຍົກສູງສະຕິລະວັງຕົວຕອບຕ້ານ ແລະ ເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆຂອງສັງຄົມໃຫ້ທັນກັບສະພາບ;

ເຊີດຊູສະຕິເຄົາລົບປະຕິ ບັດກົດໝາຍພາຍໃນກົງຈັກລັດ ແລະ ສັງຄົມໃຫ້ເຂົ້າໃຈເປັນເອກະພາບຫຼັກການນຳພາຂອງພັກຕໍ່ກັບວຽກງານຂອງສານປະ ຊາຊົນ, ເສີມຂະຫຍາຍການຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມທີ່ໄດ້ກຳນົດໃນລັດຖະທຳມະນູນ, ກົດໝາຍວ່າດ້ວຍສານປະ ຊາຊົນ, ກົດໝາຍວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍທີ່ກ່ຽວຂ້ອງໃນການປະຕິບັດໜ້າທີພິຈາລະນາຕັດສິນຄະດີ, ພິພາກສາຄະດີຕາມ 3 ຂັ້ນຕອນ ພິຈາລະນາຕັດສິນຂອງສານ ເພື່ອເປັນການຕີລາຄາຜົນງານດ້ານດີ, ຈຸດຄົງຄ້າງ-ດ້ານອ່ອນ ໃຫ້ສາ ມາດຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນໃນການຄຸ້ມຄອງສັງຄົມ ແລະ ປະຕິບັດສິດ, ໜ້າທີ ແລະ ພາລະບົດບາດຂອງສານປະຊາຊົນໃນແຕ່ລະຂັ້ນຕາມກົດໝາຍຢ່າງເຂັ້ມງວດ ເພື່ອປົກປັກຮັກສາມູນເຊື້ອວັດທະນະທຳດ້ານຕ່າງໆ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ປະກອບສ່ວນສືກສາອົບຮົມການເມືອງ – ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ, ມະຫາຊົນ ແລະ ປະຊາຊົນລາວບັນດາເຜົ່າໃຫ້ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການທຸກວຽກງານໃຫ້ດໍາເນີນໄປຢ່າງເປັນຂະບວນການຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີປອງດອງທາງພາຍໃນ, ພາຍນອກ ແລະ ການຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍໃຫ້ມີຄວາມສັກສິດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ງຕົນເອງກຸ້ມຕົນເອງ ແລະ ເພື່ອພັດທະນາຕົນ, ຄອບຄົວ ແລະ ບ້ານເມືອງໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະ ຜັນຂະ ຫຍາຍມູນເຊື້ອອັນດີງາມຂອງຊາດໃຫ້ມີຄວາມຍືນຍົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa