ເມືອງນານ ຈັດຕັ້ງພິທີ ໂຄສະນາປາຖະກະຖາ ວັນສໍາຄັນທາງປະຫວັດສາດ

ເມືອງນານ ຈັດຕັ້ງພິທີ ໂຄສະນາປາຖະກະຖາ ວັນສໍາຄັນທາງປະຫວັດສາດ

ຕອນເຊົ້າ ວັນທີ 30 ສິງຫາ 2024 ທີ່ຜ່ານມານີ້,  ເມືອງນານ ແຂວງຫຼວງພະບາງ  ໄດ້ຈັດພິທີ ໂຄສະນາປາຖະກະຖາ  2 ວັນປະຫວັດສາດທີ່ສໍາຄັນ​ ຂອງຊາດ,ຂອງພັກຄື:  ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ) ແລະ ວັນຢຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 79 ປີ,  ໂດຍການເປັນປະທານ ຂອງທ່ານ ສາຍບຸນທີ ມະນີວົງ ຮອງເລຂາພັກເມືອງ. ປະທານຄະນະກວດກາພັກ, ອົງການກວດກາລັດເມືອງ,  ມີບັນດາສະຫາຍຄະນະປະຈຳ, ກຳມະການພັກເມືອງ,ຫົວໜ້າ-ຮອງຫົວໜ້າຫ້ອງການ,ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ​ແລະ  ນາຍບ້ານ 15 ບ້ານ​ໃນ​ເທດສະບານ​ເມືອງ ​ເຂົ້າຮ່ວມ.

ຈຸດປະສົງຂອງການປາຖະກະຖາ 2 ວັນປະຫວັດສາດໃນຄັ້ງນີ້ ກໍ່ເພື່ອເປັນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ, ທະຫານ, ຕຳຫຼວດ, ແລະ ພາກສ່ວນຕ່າງໆ  ຮັບຮູ້ ແລະ ເຫັນໄດ້ບົດບາດຄວາມສຳ ຄັນໃນການກໍາເນີດເຕີບໃຫຍ່ຂະຫຍາຍຕົວມູນເຊື້ອອັນດີງາມ ແລະ ພ້ອມກັນນໍາເອົາມູນເຊື້ອດັ່ງກ່າວໄປ ເຜີຍແຜ່ເຊື່ອມຊຶມ ແລະຈັດຕັ້ງປະຕິບັດໃນທ້ອງຖິ່ນຮາກຖານຂອງຕົນ,  ເພື່ອເສີມຂະຫຍາຍທາດແທ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ດ້ວຍຄວາມຮັບຜິດຊອບສູງ, ພ້ອມກັນຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກຄົນບໍ່ຫວັງດີ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາກົມກອງ, ພັດທະນາຄອບຄົວ ແລະ ພັດທະນາປະເທດຊາດໃຫ້ຈະເລີນຍິ່ງໆຂຶ້ນ.

ຂຽນຂ່າວໂດຍ:  ທ່ານ ບຸນ​ແພງ ຈັນ​ຟອງ ຄະນະໂຄສະນາອົບຮົມເມືອງນານ

ກວດແກ້ : ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa