ເມືອງນໍ້າບາກຈັດຕັ້ງພິທີປະຖະກະຖາວັນຜູ້ອາຍຸສູງແຫ່ງຊາດ

ເມືອງນໍ້າບາກຈັດຕັ້ງພິທີປະຖະກະຖາວັນຜູ້ອາຍຸສູງແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 03 ຕຸລາ 2024 ຜ່ານມານີ້ຢູ່ທີ່ສະໂມສອນບ້ານປາກມອງ ທາງຄະນະໂຄສະນາອົບ ຮົມເມືອງນໍ້າບາກ ໄດ້ສົມທົບກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເພື່ອຈັດຕັ້ັງພິທີປາຖະກະຖາວັນ ວັນຜູ້ສູງອາຍຸແຫ່ງຊາດ ແລະ ວັນຄົນພິການແຫ່ງຊາດ ປະຈຳປີ 2024.         ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນທັນ ຈັນທະສັກ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງນໍ້າບາກ, ມີຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າ, ຮອງ ຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ, ພະນັກງານອາວຸໂສບຳນານ, ພະນັກງານເສຍອົງຄະ, ຫົວໜ້າ ປກສ ກຸ່ມ ປາກມອງ, ພະນັກງານນຳພາ-ຊີ້ນຳ ແລະ ຊ່ວຍວຽກບ້ານປາກມອງ ແລະ ການຈັດຕັ້ງບ້ານ 8 ບ້ານກຸ່ມປາກມອງ ມີຈໍານວນພົນເຂົ້າຮ່ວມທັງໝົດ 103  ທ່ານ, ຍິງ 17 ທ່ານ.

ເພື່ອເປັນການສືບຕໍ່ປຸກລະດົມ ໃຫ້ທຸກໆຄົນໃນທົ່ວສັງຄົມໂດຍສະເພາະແມ່ນຄົນຮຸ່ນໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິ່ງຄຸນງາມຄວາມດີ ຂອງບັນພະບູລຸດຮຸ່ນອາວຸໂສ, ພະນັກງານບໍານານ, ຜູ້ອາຍຸສູງ, ຜູ້ພິການ-ເສຍອົງຄະ ຍ້ອນອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ນັບທັງ ຜູ້ພິການທີມີຄວາມ ຫຍຸ້ງຍາກ ທີ່ຈະເພິ່ງຕົນເອງ ດ້ວຍການສະແດງຄວາມກະຕັນຍູ, ຮູ້ບຸນຄຸນ, ເຊີດຊູກຽດສັກສີ, ໃຫ້ ຄວາມຫ່ວງໃຍ່ຊວ່ຍ ເຫຼືອພວກເພິ່ນ, ສືບຕໍ່ການເບິ່ງແຍງດູແລ ແລະ ປະຕິບັດນະໂຍບາຍຕ່າງໆໃຫ້ແກ່ຜູ້ພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ໃຫ້ທົ່ວເຖິງ. ພ້ອມທັງຫັນເອົາແບບຢ່າງທີ່ດີຂອງພວກເພິ່ນ ມາເປັນບົດຮຽນ ແລະ ພຶດທິກຳຕົວຈິ່ງ ໃຫ້ສົມກັບຄຳວ່າ: ລູກແທນພໍ່ ໜໍແທນລຳ, ກິນໝາກໃຫ້ຄິດເຖິງຜູ້ປູກ, ໄປໜ້າໃຫ້ແລຫຼັງ,  ເຮັດໃຫ້ວັນດັ່ງກ່າວມີຄວາມຍືນຍົງ, ເປັນມໍລະ ດົກຕົກທອດແກ່ຄົນຮຸ່ນຕໍ່ໆໄປ.

ຜູ້ຂຽນຂ່າວ: ທ້າວ ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງນໍ້າບາກ

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa