ເມືອງນໍ້າບາກຈັດພິທີປາຖະກະຖາ 3 ວັນປະຫວັດສາດ

ເມືອງນໍ້າບາກຈັດພິທີປາຖະກະຖາ 3 ວັນປະຫວັດສາດ

ໃນຕອນເຊົ້າວັນທີ 15 ສິງຫາ 2024. ຜ່ານມານີ້ຢູ່ທີ່ສະໂມສອນຂອງເມືອງນໍ້າບາກ ຄະນະໂຄສະນາອົບຮົມເມືອງນໍ້າບາກ; ໄດ້ສົມທົບກັບຫ້ອງການແນວລາວສ້າງຊາດເມືອງ ແລະ ສານປະຊາຊົນເຂດ ll ແຂວງຫຼວງພະບາງ ຈັດຕັ້ງພິທີປາຖະກະຖາ 3 ວັນປະຫວັດສາດຂອງພັກ, ຂອງຊາດ ກໍ່ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 42 ປີ ແລະ ວັນຢຶດອໍານາດ ວັນ​ຍຶດອໍານາດ 23 ສິງຫາ 1945; 23 ສິງຫາ 1975.

ໃຫ້ກຽດເປັນປະທານພິທີ ໃນຄັ້ງນີ້ ໂດຍແມ່ນ ສະຫາຍ ຄໍາສະໝອນ ເພັດດາລາ, ຮອງເລຂາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງນໍ້າບາກ, ເຊິ່ງມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອໍານວຍການ, ຮອງອໍານວຍການໂຮງຮຽນ, ໂຮງໝໍ, ຄະນະ ອພສ ເມືອງ ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດລັດວິສາຫະກິດ, ພະນັກງານອາວຸໂສບຳນານ ແລະ ນາຍບ້ານ 8 ບ້ານເທດສະບານເມືອງ, ມີຈໍານວນພົນເຂົ້າຮ່ວມທັງໝົດ 127 ທ່ານ, ຍິງ 57 ທ່ານ, ສະມາຊິກພັກ 126 ສະຫາຍ, ຍິງ 56 ສະຫາຍ.

ການຈັດຕັ້ງພິທີປາຖະກະຖາ 3 ວັນປະຫວັດສາດດັ່ງກ່າວ ກໍ່ເພື່ອເຮັດໃຫ້ບັນດາເປົ້າໝາຍທີ່ເຂົ້າຮ່ວມໃນຄັ້ງນີ້ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກຳແໜ້ນໄດ້ປະຫວັດຄວາມເປັນມາ, ຄວາມໝາຍສໍາຄັນ, ທັງເປັນການຫວນຄືນມູນເຊື້ອອັນອົງອາດກ້າແກ່ນ, ສະຫວ່າງສະໄຫວຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ ກໍ່ຄືແນວລາວສ້າງຊາດໃນປະຈຸບັນ, ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນທີ່ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ບັນຫາ ສະພາບການຂອງໂລກທີ່ເປັນສິ່ງທ້າທາຍໃນການປະຕິບັດພາ ລະບົດບາດ, ສິດ ແລະ ໜ້າທີ່ ເຂົ້າໃນການດໍາເນີນ ຕັດສິນຄະດີ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະ ນາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ. ພ້ອມທັງເປັນການເສີມຂະຫຍາຍປຸກລະດົມມູນເຊື້ອວັນປະຫວັດສາດສໍາຄັນອັນດີງາມ ຂອງຊາດ-ຂອງພັກ ທີ່ຍາດມາໄດ້ໃຫ້ຄົນຮຸ່ນຫຼັງໄດ້ຈົດຈໍາບັນດາຜົນງານ, ເຫດການທາງປະຫວັດສາດຂອງຊາດເຮົາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa