ເມືອງນໍ້າບາກຈັດພິທີປາຖະກະຖາ 2 ວັນປະຫວັດສາດ ແລະ ປະກາດການຈັດຕັ້ງ

ເມືອງນໍ້າບາກຈັດພິທີປາຖະກະຖາ 2 ວັນປະຫວັດສາດ ແລະ ປະກາດການຈັດຕັ້ງ

ໃນຕອນເຂົ້າຂອງວັນທີ 27 ພຶດສະພາ 2025 ຜ່ານມານີ້ເມືອງນໍ້າບາກໄດ້ຈັດພິທີປາຖະກະຖາວັນຜ່າວົງປິດ ລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳສະໝອນ ເພັດ ດາລາ ຮອງເລຂາພັກເມືອງ ມີຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ລັດວິສາຫະກິດ, ໂຮງຮຽນ, ໂຮງໝໍ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານອາວຸໂສບໍານານ ແລະ ນາຍບ້ານ 8 ບ້ານ ເທດສະບານເມືອງເຂົ້າຮ່ມ ມີຈໍານວນຜົນເຂົ້າຮ່ວມທັງໝົດ: 143 ທ່ານ, ຍິງ, 46 ທ່ານ.

ໃນພິທີປະທານໄດ້ໃຫ້ກຽດເລົ່າມູນເຊື້ອຂອງ 2 ວັນປະຫວັດສາດດັ່ງກ່າວໂດຍໃຫ້ຮູ້ເຖິ່ງຄວາມໝາຍຄວາມສໍາ ຄັນ ແລະ ປັດໄຈພື້ນຖານຂອງການຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ການເຄື່ອນໄຫວປະຕິວັດຂອງບັນດາຜູ້ ນຳພັກ ແລະ ແນວລາວຮັກຊາດ ທີ່ສາມາດໂຕນອອກຈາກຄຸກໂພນເຄັງໄປສູ້ເຂດທີ່ໝັ້ນປະຕິວັດໄດ້ຢ່າງປອດໄພ.

ປາຖະກະຖາເທື່ອນີ້ເພື່ອເປັນການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃນທົ່ວສັງຄົມ ມີຄວາມຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນແບບຢ່າງອັນດີງາມ ຂອງຜູ້ນຳ, ມີນຳໃຈຮັກຊາດ ອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດ ໃນຂະບວນການຕໍ່ສູ້ປົດ ປ່ອຍຊາດໃນເມື່ອກ່ອນ, ມູນເຊື້ອອັນອົງອາດກ້າຫານຂອງກອງທັບ, ຂອງຜູ້ນໍາພັກ ແລະ ລັດ ໂດຍສະເພາະການນໍາ ພາຊີ້ນໍາອັນສະຫຼາດສ່ອງໃສ ຂອງພັກໃນການຜ່າວົງປິດລ້ອມຂອງກອງພັນທີ 2  ແລະ ວິລະກຳໂຕນຄຸກຢ່າງມະຫັດສະ ຈັນ ຂອງຜູ້ນຳພັກ ແລະ ແນວລາວຮັກຊາກ ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບ ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງຂອງກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ ເຂົ້າໃນ ການພົວພັນ ຮ່ວມມືໃນໄລຍະໃໝໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເສີມຂະຫຍາຍມູນເຊື້ອນໍາໃຈຮັກຊາດ, ຮັກບ້ານເກີດເມືອງ ນອນ ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕໍ່ໄປ.

ໃນຕອນທ້າຍພິທີ ສະຫາຍ ບຸນຄົງ ເທບພະວົງ ຮອງຫົວໜ້າຫ້ອງການພາຍໃນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຮັກສາການເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການລະອຽດດັ່ງນີ້:

  1. ເຫັນດີແຕ່ງຕັ້ງ ທ່ານ ບຸນຈັນ ວັນນະສີ ຫົວໜ້າໜ່ວຍງານ ກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ ແລະ ສົ່ງເສີມ ວຽກງານຍຸຕິທຳ ຂຶ້ນເປັນຮອງຫົວໜ້າຫ້ອງການຍຸຕິທຳ ເມືອງນໍ້າບາກ.
  2. ເຫັນດີແຕ່ງຕັ້ງ ທ່ານ ບົວລະພາ ພົມມະຈັນ ຫົວໜ້າໜ່ວຍງານຄຸ້ມຄອງຂົນສົ່ງ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຂຶ້ນ ເປັນຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງນໍ້າບາກ.
  3. ເຫັນດີແຕ່ງຕັ້ງ ທ່ານ ສົມເພັດ ລັດຕະນະວົງ ຫົວໜ້າໜ່ວຍງານຄົ້ົນຄວ້າສັງລວມວຽກລັດ ຫ້ອງວ່າການເມືອງ ຂຶ້ນ ເປັນຮອງຫົວໜ້າຫ້ອງວ່າການ ເມືອງນໍ້າບາກ.
  4. ເຫັນດີແຕ່ງຕັ້ງ ທ່ານ ນາງ ທອງທິບ ປະດິດ ຫົວໜ້າໜ່ວຍງານບໍລິຫານ ແລະ ຈັດຕັ້ງ ຫ້ອງການຄະນະຈັດຕັ້ງ ຂຶ້ນ ເປັນຮອງຫົວໜ້າຫ້ອງການຄະນະຈັດຕັ້ງ ເມືອງນໍ້າບາກ.

ຂ່າວໂດຍ: ອ່ອນຈັນ ແກ້ວມະນີພອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa