ເມືອງນໍ້າບາກ ແຂວງຫຼວງພະບາງ ຈັດຕັ້ງພິທີປາຖະກະຖາ

ເມືອງນໍ້າບາກ ແຂວງຫຼວງພະບາງ ຈັດຕັ້ງພິທີປາຖະກະຖາ

ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2024 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ປະ ສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ ເພື່ອຈັດຕັ້ງພິທີປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບ ຮອບ 115 ປີ ແລະ ວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 58 ປີ. ຂຶ້ນຢູ່ທີ່ສະ ໂມສອນໃຫຍ່ຂອງເມືອງ ໃຫ້ກຽດເປັນປະທານພິທີໃນຄັ້ງນີ້ ໂດຍແມ່ນ ສະຫາຍ  ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະ ນະຈັດຕັ້ງເມືອງ.

ມີຄະນະປະຈຳພັກເມືອງ, ຄະນະພັກ, ປະທານ-ຮອງປະທານສານປະຊາຊົນເຂດ II, ຫົວໜ້າ-ຮອງຫົວໜ້າອົງການໄອຍະການປະຊາຊົນເຂດ II, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອໍານວຍການ-ຮອງອໍານວຍການໂຮງຮຽນ, ໂຮງໝໍ, ຫົວໜ້າ-ຮອງຫົວໜ້າ ປກຊ, ປກສ, ສະມາຊິກພັກ, ພະນັກງານລັດຖະກອນ, ລັດວິສາຫະກິດ ແລະ ນາຍ ບ້ານ 8 ບ້ານເທດສະບານເມືອງ  ກໍ່ໃຫ້ກຽດເຂົ້າຮ່ວມ, ມີຈໍານວນພົນເຂົ້າຮ່ວມທັງໝົດ: 116 ທ່ານ, ຍິງ: 37  ທ່ານ.

ຈຸດປະສົງໃນຄັ້ງນີ້ ເພື່ອເປັນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກລັດຖະ ກອນ,ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າ ໄດ້ຮໍ່າຮຽນເອົາແບບຢ່າງທີ່ດີ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ອັນພິລະອາດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນ, ຮໍ່າຮຽນເອົາແບບຢ່າງຄຸນສົມບັດ-ສິນທຳປະຕິວັດອັນຜ່ອງໃສ ກໍ່ຄືແບບຢ່າງແຫ່ງການດຳ ລົງຊີວິດ ແລະ ອຸທິດຕົນເພື່ອພາລະກິດປົດປ່ອຍຊາດ ແລະ ຄວາມກະຕັນຍູ້ ຮູ້ບຸນຄຸນ ຂອງປະທານ ສຸພານຸວົງ ທີ່ແສນເຄົ່າລົບຮັກ ຂອງປວງຊົນລາວທັງຊາດ.

ເພື່ອໂຄສະນາ, ເຜີຍແຜ່ເຖິງປະຫວັດຄວາມເປັນມາ ແລະ ຄວາມສໍາຄັນທາງດ້ານກິລາ-ກາຍະກໍາແຫ່ງຊາດລາວ ທີ່ສ້າງຂຶ້ນ ເພື່ອຮັບໃຊ້ໃຫ້ແກ່ການຂະຫຍາຍຕົວຂອງສັງຄົມ ທີ່ມີປະໂຫຍດຕໍ່ຊີວິດ ແລະ ໃຫ້ຄຸນຄ່າທາງດ້ານຈິດໃຈ, ສຸຂະພາບ, ພະລະນາໄມສົມບູນ, ເຮັດໃຫ້ຮ່າງກາຍຂອງຄົນເຮົາມີຄວາມແຂ່ງແຮງ, ສວຍງາມ, ມີຈິດໃຈເບີກ ບານມ່ວນຊື່ນ, ມັນສະໝອງໄດ້ຮັບການພັດທະນາ, ມີຄວາມສຳນານ, ມີປະສົບການທາງດ້ານເຕັກນິກ, ໃຫ້ຄວາມຮູ້ການປະສາສຳພັນ ລະຫວ່າງຄົນກັບຄົນ ແລະ ໃຫ້ຄຸນປະໂຫຍດຢ່າງມະຫາສານ, ພ້ອມທັງເປັນການປຸກລະດົມເສີມຂະຫຍາຍມູນເຊື້ອ ແລະ ເຄື່ອນໄຫວ ກິລາ-ກາຍຍະກໍາ ເພື່ອປະກອບສວນເຂົ້າໃນ ການສ້າງຂະບວນການມ່ວນຊື່ນເພື່ອສຸຂະພາບ, ເພື່ອຄວາມສາມັກຄີໃນຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa