ເມືອງວຽງຄຳ ຈັດພິທີ ປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດ ທີ່ສຳຄັນຂອງຊາດ ຂອງພັກ

ເມືອງວຽງຄຳ ຈັດພິທີ ປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດ

ທີ່ສຳຄັນຂອງຊາດ ຂອງພັກ

ເມືອງວຽງຄຳຈັດພິທີ ປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ (13 ສິງຫາ 1950 – 13 ສິງຫາ 2024) ຄົບຮອບ 74 ປີ ແລະ ວັນຢຶດອໍານາດທົ່ວປະເທດ (23 ສິງຫາ 1975 – 23 ສິງຫາ 2024) ຄົບຮອບ 49 ປີ, ຢູ່ທີ່ສະໂມສອນເມືອງວຽງຄຳ ໃນວັນທີ 28 ສິງຫາ 2024 ນີ້, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ທະລາກອນ ບໍລະວົງ ຮັກສາການເລຂາຄະນະບໍລິການງານພັນເມືອງ, ເຈົ້າເມືອງ-ເມືອງວຽງຄຳ ມີຄະນະປະຈຳພັກເມືອງ,ກຳມະ ການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ – ປກສ, ສະ ມາຊິກພັກ, ພະນັກງານ- ລັດຖະກອນ,ທະຫານ, ຕຳຫຼວດ ແລະ ນາຍບ້ານ 5 ບ້ານພາຍໃນເທດສະບານເມືອງພ້ອມດ້ວຍຄະ ນະແນວລາວສ້າງຊາດບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ທະລາກອນ ບໍລະວົງ ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງແນວລາວອິດສະຫຼະ ກໍ່ຄືແນວລາວສ້າງຊາດທີ່ມີມູນເຊື້ອເສີມຂະຫຍາຍ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ, ທຸກສາສະໜາ ແລະ ເພດໄວເຂົ້າຮ່ວມການຕໍ່ສູ້ກູ້ຊາດ, ກອບກູ້ເອົາດີນແດນລາວຄືນ, ບໍ່ຍອມເປັນຂ້ອຍຂ້າມ້າໃຊ້ຂອງພວກຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງມານະຈິດປະຕິວັດຂອງຊາວນະຄອນຫຼວງວຽງຈັນ ແລະ ຊາວລາວທົ່ວປະເທດ ທີ່ໄດ້ກາຍເປັນກຳລັງແຮງຊະນະເລີດເໜືອອິດທິກຳລັງປະຕິການ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ. 23 ສິງຫາ 1975 ໄດ້ສ້າງເງື່ອນໄຂອໍານວຍໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດປະກາດລຶບລ້າງລະບອບສັກດີນາ-ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ 1975. ຈຶ່ງເວົ້າໄດ້ວ່າວັນຢຶດອຳນາດ 23 ສິງຫາ  ແມ່ນວັນແຫ່ງການເສີມຂະຫຍາຍມູນເຊື້ອສາມັກຄີຕໍ່ສູ້ພິລະອາດຫານຂອງຊາດລາວ-ຄົນລາວວິລະຊົນ, ແມ່ນວັນແຫ່ງການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວ ເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa