ເມືອງວຽງຄຳ ປາຖະກະຖາ 2 ວັນປະຫວັດສາດ
ໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2025 ຄະນະໂຄສະນາອົບຮົມເມືອງວຽງຄໍາ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ເມືອງວຽງຄຳ ໂດຍເປັນປະທານຂອງທ່ານ ສອນສັກ ສຸລິເສີມ ເລຂາຄະບໍລິຫານງານພັກພັກເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຕະຫລອດຮອດ ນາຍບ້ານ 5 ບ້ານ ພາຍໃນເທດສະບານເມືອງ ເຂົ້າຮ່ວມ 101 ຄົນ, ຍິງ 14 ຄົນ.
ເພື່ອເຮັດໃຫ້ 2 ວັນປະຫັວດສາດດັ່ງກ່າວມີຄວາມໜາຍ ຄວາມສໍາຄັນ, ທ່ານ ສອນສັກ ສຸລິເສີມ ເລຂາຄະນະບໍລິຫານງານພັກເມືອງ ສະມາຊິສະພາປະຊາຊົນແຂວງປະຈຳເມືອງ ໄດ້ໃຫ້ກຽດຂື້ນເລົ່າມູນເຊື້ອປະຫັວດຄວາມເປັນມາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທົ່ງໄຫຫີນ, ທ່ານ ວັນໂຈຍ ວ່າຊົວລີ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າຄະນະຈັດຕັ້ງເມືອງ ໃຫ້ກຽດຂື້ນເລົ່າມູນເຊື້ອ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອຮັກຊາດອັນດູດດຶມ, ມູນເຊື້ອຄວາມສາມັກຄີ, ມູນເຊື້ອການຕໍ່ສູ້ມີໄຊ, ມູນເຊື້ອຂອງກອງທັບ – ຂອງນັກຮົບປະຕິວັດ ແລະ ມູນເຊື້ອການສູ້ຮົບພິລະອາດຫານຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ, ໂດຍພາຍໃຕ້ການນຳພາຂອງພັກທີມີຄວາມປີຊາສາມາດ, ສະຫຼາດສ່ອງໃສ ຈິ່ງສາມາດໂຕນອອກຈາກຄຸກໂພນເຄັງໄດ້ຢ່າງປອດໄພ ແລະ ປາສະຈາກສຽງປຶນ; ຄວາມອົງອາດກ້າຫານ ນີ້ຄືຜົນງານອັນລ້ຳເລິດຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນຳລຸ້ນກ່ອນທີ່ໄດ້ນຳພາພາລະກິດປະຕິວັດປົດປອ່ຍຊາດ, ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ຄົນລຸ້ນໜຸ່ມ, ປະຊາຊົນບັນດາເຜົ່າ ເປັນຈິດໜຶ່ງໃຈດຽວກັນ ແລະ ຮັບຮູ້-ເຂົ້າໃຈເລິກເຊິ່ງກ່ຽວກັບເສັ້ນທາງເດີນອັນລະອິດລະອ້ຽວພາຍໃຕ້ການຊິ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ, ລວມທັງພາກທິດສະດີ ແລະ ພຶດຕິກຳຕົວຈິງ ໃນການວາງແນວທາງຍຸດທະສາດ, ຍຸດໂທບາຍການຕໍ່ສູ້ ແລະ ວິທີການເຄື່ອນໄຫວປະຕິວັດຢ່າງຖືກຕ້ອງ ດັ່ງນັ້ນຄວນສຶກສາຮ່ຳຮຽນເອົາແບບຢ່າງ ດ້ານຄຸນສົມບັດສິນທຳປະຕິວັດ ຂອງບັນດາຜູ້ນໍາລຸ່ນກ່ອນ, ໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສືບຕໍ່ກໍ່ສ້າງ ແລະ ເສີມຂະຫຍາຍມູນເຊື້ອແຫ່ງການຊີ້ນຳ-ນຳພາຮອບດ້ານຂອງພັກໃນທຸກດ້ານ ດ້ວຍການດຳເນີນຊີວິດການເມືອງປົວແປງພາຍໃນພັກໃຫ້ເລີກເຊີ່ງ, ປົກກະຕິ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນ, ສ້າງຄວາມເຊື້ອໝັ້ນຂອງພະນັກງານ ແລະ ປະຊາຊົນບັນດາເຜົ່າ ຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ຍົກສູງສະຕິລະວັງຕົວຕອບຕ້ານ ແລະ ເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆໃຫ້ທັນເວລາ, ສ້າງເສດຖະກິດ-ວັດທະນະທຳດ້ານຕ່າງໆ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ປະກອບສ່ວນສືກສາອົບຮົມການເມືອງ – ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າໃນສັງຄົມໃຫ້ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນທຸກວຽກງານດໍາເນີນໄປຢ່າງເປັນຂະບວນການຕໍ່ເນື່ອງ, ສືບຕໍ່ການຈັດຕັ້ງປະຕິບັດ ແລະ ເພີ່ມທະວີຄວາມສາມັກຄີເປັນປືກແຜ່ນ ແລະ ຜັນຂະຫຍາຍມູນເຊື້ອອັນດີງາມຂອງພັກຂອງຊາດໃຫ້ທົ່ວເຖິງທຸກເປົ້າໝາຍ.
ຂຽນຂ່າວໂດຍ: ບຸນມີ ໄຊຍະກຸມມານ ຄະນະໂຄສະນາອົບຮົມເມືອງວຽງຄໍາ