ເມືອງວຽງຄຳ ແຂວງຫລວງພະບາງ ຈັດພິທີ ປະຖະກະຖາ 3 ວັນປະຫວັດສາດ
ໃນຕອນເຊົ້າ ເວລາ 6:30 ຂອງວັນທີ 3 ກັນຍາ 2025 ນີ້ ການນໍາພັກ-ລັດ ຂອງເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ຫນ້າຮູບຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ໂດຍການນຳພາຂອງທ່ານ ສອນສັກ ສຸລິເສີມ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະເຂົ້າຮ່ວມຢ່າງພ້ອມພຽງ ເພື່ອຈາລຶກເຖິງຄຸນງາມ, ຄວາມດີ, ຜົນງານອັນໃຫຍ່ຫຼວງ ທີ່ປະທານໄດ້ອຸທິດຕົນເພື່ອຊາດ ແລະ ປະຊາຊົນ.
ເວລາ 8:00 ນາທີ ໄດ້ຈັດພິທີປາຖະກາຖາ 3 ວັນປະຫວັດສາດຄື: ວັນຍຶດອໍານາດ 23 ສິງຫາ ຄົບຮອບ 80 ປີ 23 ສິງຫາ 1945 ແລະ ຄົບຮອບ 50 ປີ 23 ສິງຫາ 1975, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາ ໜ່າຍ ຄົບຮອບ 75 ປີ. ໃຫ້ກຽດເປັນປະທານຂອງທ່ານ ສອນສັກ ສຸລິເສີມ ເລຂາຄະນະບໍລິຫານງານພັກເມືອງ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວຫນ້າກອງບັນຊາການທະຫານເມືອງ, ຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານ-ລັດກອນ, ອຳນວຍການໂຮງຮຽນ, ໂຮງຫມໍ, ນາຍບ້ານ 5 ບ້ານພາຍໃນເທດສະບານເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ເລຂາຄະນະບໍລິຫານງານພັກເມືອງ, ຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ສະຫາຍຄະນະປະຈຳພັກເມືອງ ກໍ່ໃຫ້ກຽດຜັດປ່ຽນກັນຂື້ນເລົ່າມູນເຊື້ອວັນສຳຄັນຂອງພັກຂອງຊາດ, ໂດຍໄດ້ຍົກໃຫ້ເຫັນຕະຫຼອດໄລຍະ 75 ປີຜ່ານມາ ວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ເຊິ່ງສື່ມວນຊົນໄດ້ເຮັດໜ້າທີໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ເຊິ່ງປັດຈຸບັນແມ່ນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ສ່ອງແສງບັນຫາປະກົດການຫຍໍ້ທໍ້ໃນສັງຄົມ. ພ້ອມດຽວກັນນີ້, ກໍສຸມໃສ່ໂຄສະນາການຈັດຕັ້ງປະຕິບັດວຽກງານສອງວາລະແຫ່ງຊາດຄື: ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງຕັ້ງໜ້າ ສື່ມວນຊົນລາວໄດ້ເອົາໃຈໃສ່ໃນການໂຄສະນາຕອບໂຕ້ຕີຖອຍຖ້ອຍທໍານອງບິດເບືອນການໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກຕໍ່ການນໍາພາຂອງພັກ-ລັດ ກໍຄືໝາກຜົນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຕໍ່ບັນຫາດັ່ງກ່າວ ຍາມໃດສື່ມວນຊົນລາວກໍໄດ້ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບ ໃນການນໍາພາຫາງສຽງສັງຄົມ, ສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ປະຊາຊົນທີ່ຖືກຕ້ອງເປັນລະບົບ ແລະ ຕໍ່ເນື່ອງ. ທ່ານຍັງໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດມູນເຊື້ອຄວາມເປັນມາ ແລະການກຳເນີດ-ເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ; ຜົນງານທີ່ພົ້ນເດັ່ນໃນແຕ່ລະໄລຍະ, ມູນເຊື້ອອັນສະຫງ່າງາມຂອງແນວລາວສ້າງຊາດ, ເສີມຂະຫຍາຍມູນເຊື້ອໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນໄລຍະໃໝ່ ແລະ ການປຸກຈິດສຳນຶກທາງດ້ານຈິດໃຈທົ່ວສັງຄົມ ໃຫ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເພື່ອເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ. ປະທານຍັງໃຫ້ຮູ້ອີກຕື່ມວ່າ: ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງມານະຈິດປະຕິວັດຂອງຊາວນະຄອນຫຼວງວຽງຈັນ ແລະ ຊາວລາວທົ່ວປະເທດ ທີ່ໄດ້ກາຍເປັນກຳລັງແຮງຊະນະເລີດເໜືອອິດທິກຳລັງປະຕິການ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ. 23 ສິງຫາ 1945 ແລະ 23 ສິງຫາ 1975 ໄດ້ສ້າງເງື່ອນໄຂອໍານວຍໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດ ປະກາດລຶບລ້າງລະບອບສັກດີນາ-ລ່າເມືອງຂຶ້ນ, ສະຖາປະນາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ 1975. ຈຶ່ງເວົ້າໄດ້ວ່າວັນຢຶດອຳນາດ 23 ສິງຫາ ແມ່ນວັນແຫ່ງການເສີມຂະຫຍາຍມູນເຊື້ອສາມັກຄີຕໍ່ສູ້ພິລະອາດຫານຂອງຊາດລາວ-ຄົນລາວວິລະຊົນ, ແມ່ນວັນແຫ່ງການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວ ເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ
ຂ່າວ: ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງວຽງຄຳ