ເມືອງວຽງຄຳ ແຂວງຫຼວງພະບາງ ຈັດພິທີປາຖະກະຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງແລະເດັກ

ເມືອງວຽງຄຳ ແຂວງຫຼວງພະບາງ ຈັດພິທີປາຖະກະຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງແລະເດັກ

ໃນຕອນເຊົ້າຂອງວັນທີ 25 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງວຽງຄໍາ ຈັດພິທີສະເຫຼີມ ສະຫຼອງ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ  ໂດຍໃຫ້ກຽດເຂົ້າຮວ່ມ ເປັນປະທານ ຂອງສະຫາຍ ນາງ ບົວໄລ ແພງສະຫວັນ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົງຄອງເມືອງ ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວຫນ້າຫ້ອງການ, ກໍາລັງປກຊ-ປກສ, ຄະນະບໍລິຫານງານສະຫະພັນແມ່ຍິງ, ເອື້ອຍນ້ອງແມ່ຍິງສໍານັກງານຫ້ອງການອອ້ມຂ້າງເມືອງ, ບ້ານ ແລະ ເດັກ ເຂົ້າຮວ່ມ.

ໃນພິທີ ສະຫາຍ ນາງ ປານີ ສຸຄາລັກ ກຳມະການພັກເມືອງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະ ທານສະຫະພັນແມ່ຍິງເມືອງ ໄດ້ຍົກໃຫ້ເຫັນວ່າ: ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໄດ້ເກີດຂື້ນໃນສັງຄົມມະ ນຸດມາເປັນເວລາຍາວນານພໍສົມຄວນ ແລະ ມີລັກຊະນະກວມລວມທົ່ວໂລກ ມັນສາມາດເກີດຂື້ນໄດ້ທຸກທີ່ທຸກເວລາໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊົນຊັ້ນວັນນະ ເຊື້ອຊາດ ສາສະໜາ ວັດທະນະທໍາ ຖານະສັງຄົມ ແລະ ລະ ດັບການສຶກສາ, ອັນພົ້ນເດັ່ນໃນຍຸກໂລກາພິວັດແຫ່ງການເຂົ້າເຖິງ ແລະ ຊົມໃຊ້ເທັກໂນໂລຊີ-ຂໍ້ມູນຂ່າວສານຢ່າງກ້ວາງຂວາງ. ໄດ້ເກີດມີຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນຮູບການໃໝ່ຄື: ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຜ່ານອິນເຕີເນັດ ແລະ ໂທລະສັບມືຖື. ພ້ອມກັນນີ້ ກໍ່ມີຮູບແບບການຄ້າມະນຸດ ສາກົນ ແລະ ຄວາມຮຸນແຮງທີ່ຕິດພັນກັບການເຄື່ອນໄຫວແຮງງານ ເປັນຕົ້ນການເຄື່ອນຍ້າຍແຮງງານທີ່ຜິດກົດໝາຍ ແລະ ອື່ນໆ.  ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ສາມາດເກີດຂື້ນໃນສະພາບແວດລ້ອມຕ່າງໆເຊັ່ນ: ໃນຄອບຄົວ, ຊຸມຊົນ, ສະຖານທີ່ເຮັດວຽກ,ສະ ຖານທີ່ອອກແຮງງານ, ສະຖານທີ່ກັກຂັງທາງການ ແລະ ຂ້າມແດນ ເມື່ອມັນເກີດຂື້ນແລ້ວໄດ້ສົ່ງຜົນກະທົບຕໍ່ແມ່ຍິງ ແລະ ລູກເຕົ້າຂອງເຂົາເຈົ້າ ເວົ້າລວມ ເວົ້າສະເພາະແມ່ນແມ່ຍິງທີ່ຖືກກະທໍາຄວາມຮຸນແຮງ ກັບບັນຫາດ້ານສຸຂະພາບ ການຈະເລີນພັນ ການເຂົ້າຮວ່ມໃນຊີວິດໃນສັງຄົມຫຼຸດນ້ອຍຖອຍລົງ ລູກເຕົ້າກໍປະເຊີນຢ່າງໃຫຍ່ຫຼວງ ດ້ານສຸຂະພາບ ການສຶກສາຮໍ່າຮຽນ ແລະ ມີການປະພືດຕົວທີ່ຜິດປົກກະຕິ ສົ່ງຜົນຕໍ່ການຜະລິດພາຍໃນຄອບຄົວ ກໍ່ຄືການສ້າງສາພັດທະນາປະເທດຊາດ ດັ່ງນັ້ນມາຮອດວັນທີ 25 ພະຈິກ 1960 ໄດ້ຖືກຍົກຂື້ນໃນຄັ້ງທໍາອິດໃນປະເທດອາເມລີກາລາຕິນ ແລະ ໄດ້ຄ່ອຍໆຂະຫຍາຍຕົວອອກໄປປະເທດຕ່າງໆໃນທົ່ວໂລກ ແລະ ໄດ້ກໍານົດເອົາວັນດັ່ງກ່າວເປັນວັນຍຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍສາກົນ

ໃນຕອນທ້າຍຂອງພິທີ ສະຫາຍ ນາງ ບົວໄລ ແພງສະຫວັນ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົງຄອງເມືອງ ໄດ້ຂື້ນຜ່ານສານຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໂອກາດດຽວກັນນັ້ນ ເພີ່ນຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນຄະແຫນງການພາກລັດ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດກົດໝາຍ ແລະນະໂຍບາຍທີ່ເປັນການສົ່ງເສີມຄວາມກ້າວໜ້າຂອງແມ່ ຍິງ, ຄວາມສະເຫມີພາບ ຍິງ-ຊາຍ ແລະ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ກໍ່ຄື ການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນຊຸມປີຕໍ່ຫນ້າ.

ພາບ-ຂ່າວ: ທ ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມ ເມືອງວຽງຄຳ

ກວດແກ້: ທ ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa