ເມືອງວຽງຄຳ ແຂວງຫຼວງພະບາງ ຈັດກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊຶມມະຕິ XII ຂອງພັກ ແລະ ມະຕິ IX ຂອງອົງຄະນະພັກແຂວງ

ເມືອງວຽງຄຳ ແຂວງຫຼວງພະບາງ ຈັດກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊຶມມະຕິ XII ຂອງພັກ

ແລະ ມະຕິ IX ຂອງອົງຄະນະພັກແຂວງ

 

ໃນວັນທີ 24  ມີນາ 2026ນີ້ ທີ່ສະໂມສອນໃຫຍ່ຂອງເມືອງ ວຽງຄຳ ແຂວງຫຼວງພະບາງ ໄດ້ຈັດກອງປະ ຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX, ໃຫ້ກຽດຂື້ນເປັນປະທານໂດຍ ສະຫາຍ ພົຈວ ສີວິໄຊ ເພັງສັນຕິສຸກ, ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກກອງບັນຊາການ, ຫົວໜ້າການເມືອງກອງບັນຊນການທະຫານແຂວງຫຼວງພະບາງ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານ-ລັດຖະກອນ ພ້ອນຄະນະບ້ານ 5 ບ້ານ ເຂົ້າຮ່ວມຮັບຟັງ.

ໃນພິທີ ສະຫາຍ ພົຈວ ສີວິໄຊ ເພັງສັນຕິສຸກ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ເຊິ່ງຈະໄດ້ນຳເອົາເນື້ອໃນຈິດໃຈຂອງເອກະສານສຳຄັນມາເຜີຍແຜ່ເຊື່ອມຊຶມຄື: ໂຄງການການເມືອງຂອງພັກ, ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ລາຍງານການເມືອງ ຄັ້ງທີ XII ຂອງພັກ ແລະ ຄັ້ງທີ IX ຂອງແຂວງ, ເອກະສານແຜນຜັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ແລະ ແຜນຜັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ X.

ການເຊື່ອມຊຶມເອກະສານຄັ້ງນີ້ກໍ່ໄດ້ມີການຜັດປ່ຽນກັນຂື້ນບັນຍາຍ ເປັນຕົ້ນແມ່ນເອກະສານການເສີມຂະ ຫຍາຍທາດແທ້ອັນດີງາມຂອງພັກ ແລະຜົນງານອັນລໍ້າເລີດຂອງພັກ, ສືບຕໍ່ຢຶດໝັ້ນແນວທາງນະໂຍບາຍຂອງພັກ, ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກເຮົາ, ລົງເລິກໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ, ກ້າວຂຶ້ນໄປສູ່ສັງຄົມນິຍົມ ເຊິ່ງແມ່ນເປົ້າໝາຍຫຼັກຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາ, ພ້ອມທັງພິຈາລະນາຮັບຮອງເອົາໂຄງການການເມືອງຂອງພັກ, ສັງລວມຄືນການຈັດຕັ້ງປະຕິ ບັດພາລະກຳປະຫວັດສາດ ແຫ່ງການນຳພາ, ພາລະກິດຕໍ່ສູ້ກູ້ຊາດ ແລະບູລະນະລະບອບປະຊາທິປະໄຕ ປະຊາຊົນ, ຍົກໃຫ້ເຫັນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ.

ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກ ຫຼາຍບັນຫາທີ່ສໍາຄັນ ໃຫ້ຄະນະປົກຄອງເມືອງ ຈົ່ງພ້ອມກັນສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ລັດຖະກອນ ໂດຍກຳໄດ້ແນວຄິດ, ຄວາມຫຍຸ້ງຍາກ ເພື່ອແກ້ໄຂບັນຫາໃຫ້ແທດເຖິງຕົວຈິງ; ໃຫ້ສືບຕໍ່ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳຂອງພັກ-ລັດ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ; ສືບຕໍ່ປັບປຸງການຈັດຕັ້ງ ຕາມທິດກະທັດຮັດ ແລະ ສົມເຫດສົມຜົນ; ມີສະຕິ ແລະ ໃຫ້ທັດ ສະນະທີ່ຖືກຕ້ອງ ຕໍ່ບັນຫາຕ່າງໆ ທີ່ສັງຄົມ ແລະ ຊຸມຊົນທີ່ຢູ່ອາໄສ ຊິວິດການເປັນຢູ່ຂອງປະຊາຊົນບັນເຜົ່າ; ປັບປຸງກົນໄກ ແລະ ແບບແຜນວີທີເຮັດວຽກ ສູ່ທັນສະໄໝ, ປະຢັດມັດທະຍັດ ແລະ ມີປະສິດທິຜົນສູງ; ພ້ອມກັນຮັກສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນເມືອງ

ພາບ-ຂ່າວ:  ຄະນະໂຄສະນາອົບຮົມເມືອງ ວຽງຄຳ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa