ເມືອງໂພນທອງ ແຂວງຫຼວງພະບາງຈັດພິທີປາຖະກະຖາສາມວັນປະຫວັດສາດ.

ເມືອງໂພນທອງ ແຂວງຫຼວງພະບາງຈັດພິທີປາຖະກະຖາສາມວັນປະຫວັດສາດ.

ຕົ້ນເດືອນກັນຍາ 2025 ນີ້ເມືອງໂພນທອງ ແຂວງຫຼວງພະບາງ ຈັດພິທີປາຖະກະຖາ 3 ວັນປະຫວັດສາດຄື: ວັນຍຶດອໍານາດຄົບຮອບ 80 ປີ (23 ສີງຫາ 1945-23 ສິງຫາ 2025) ແລະ ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025), ວັນສ້າງຕັ້ງສານປະຊາຊົນແຫ່ງ ສປປລາວ ຄົບຮອບ 43 ປີ​ (15 ສິງຫາ 1982-15 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທໍາມະນູນ ຄົບຮອດ 34 ປີ (15 ສີງຫາ 1991-15 ສິງຫາ 2025)  ໂດຍໃຫ້ກຽດຂື້ນປາຖະກະຖາ ຂອງທ່ານ ສົມວອນ ແກ້ວຄຳພອນ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານອາວຸໂສບໍານານຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນເມືອງເຂົ້າຮ່ວມ.

ທ່ານໄດ້ກ່າວວ່າສານປະຊາຊົນແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 15 ສີງຫາ 1982 ເຊິ່ງໄດ້ຜ່ານຂະບວນການວິວັດແຫ່ງການກຳເນີດ ແລະເຕີມໃຫຍ່ຂະຫຍາຍຕົວ, ຜ່ານຜ່າຄວາມຫຍຸງຍາກ, ສັບສົນ ແລະ ລະອິດລະອ້ຽວ, ບັນຫາສະພາບການຂອງໂລກ, ພາກພື້ນ ຫຼາຍປະການທີ່ເປັນສີ່ງທ້າທາຍ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ເຂົ້າໃນການດຳເນີນພິຈະລະນາຕັດສີນຄະດີ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະ ເທດຊາດໃຫ້ມີຄວາຍສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ລັດຖະທໍາມະນູນແມ່ນກົດໝາຍແມ່ ຂອງກົດໝາຍ ໂດຍອີງໃສ່ລັດຖະທະມະນູນ ລັດເຮົາໄດ້ຄົ້ນຄ້ວາ ແລະ ປະກາດໃຊ້ກົດໝາຍໃນແຕ່ລະຂະແໜງການ, ແຕ່ລະຂົງເຂດໄດ້ຈໍານວນທັງໝົດ 177 ສະບັບ,ໃນຊັ້ນຂົງເຂດການປົກຄອງ ແລະ ຍຸຕິທຳຈຳນວນ 32 ສະບັບ, ຂົງເຂດເສດຖະກິດຈໍານວນ 77 ບັບ ຂົງເຂດວັດທະນະທໍາ-ສັງຄົມ ຈໍານວນ 45  ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງການຄວາມສະຫງົບຈໍານວນ 12 ສະບັບ, ຂົງເຂດການຕ່າງປະເທດຈໍານວນ 5 ສະບັບ.

ຈາກນັ້ນທ່ານ ທອງດີ ດວງພະຈັນ ຮອງເລຂາພັກເມືອງ ໃຫ້ກ່ຽດປາຖະກາຖາ ວັນຍຶດອໍານາດ ແຫ່ງ ສປປ ລາວ: ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງມານະຈິດປະຕິວັດຂອງຊາວນະຄອນຫຼວງວຽງຈັນ ແລະ ຊາວລາວທົ່ວປະເທດ ທີ່ໄດ້ກາຍເປັນກຳລັງແຮງຊະນະເລີດເໜືອອິດທິກຳລັງປະຕິການ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນ.

23 ສິງຫາ 1975 ໄດ້ສ້າງເງື່ອນໄຂອໍານວຍໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະ ຫວັດສາດ ປະກາດລຶບລ້າງລະບອບສັກດີນາ-ລ່າເມືອງຂຶ້ນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ທັນວາ 1975. ຈຶ່ງເວົ້າໄດ້ວ່າວັນຢຶດອຳນາດ 23 ສິງຫາ  ແມ່ນວັນແຫ່ງການເສີມຂະຫຍາຍມູນເຊື້ອສາມັກຄີຕໍ່ສູ້ພິລະອາດຫານຂອງຊາດລາວ-ຄົນລາວວິລະຊົນ, ແມ່ນວັນແຫ່ງການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວ ເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.

ຕ້ອນທ້າຍ ທ່ານ ນາງ ເພັດສະໝອນ ທຳມະຈັນ ຮອງຫົວໜ້າຄະນະຈັດຕັ້ງເມືອງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຕົກລົງໃຫ້ພະນັກງານລັດຖະກອນເຂົ້າຮັບອູດໜູນບຳນານຈຳນວນ 02 ທ່ານຕື່ມອີກ.

ຂຽນຂ່າວໂດຍ: ນາງ ໄຫວ ວິໄລສັກ, ຄະນະໂຄສະນາອົບຮົມ ເມືອງໂພນທອງ.

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa