ແຂວງຫຼວງພະບາງ ວາງພວງມາລາ ໄຫວ້ອາໄລ ເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ແຂວງຫຼວງພະບາງ ວາງພວງມາລາ ໄຫວ້ອາໄລ ເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ໃນວັນທີ 5 ເມສາ 2025 ນີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະນໍາ ຂອງແຂວງຫຼວງພະບາງ ນຳໂດຍ ສະ ຫາຍ ຄໍາຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ເຂົ້າຮ່ວມວາງພວງມະລາໄຫວ້ອາໄລ ເຖິງ ດວງວິນຍານ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ, ນັກຮົບປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ເປັນຄັ້ງສຸດທ້າຍ.

ສະຫາຍຄໍາຂັນ ຈັນທະວີສຸກ ໄດ້ເຊັນປຶ້ມໄຫວ້ອາໄລ ໂດຍມີເນື້ອໃນຄໍາໄຫວ້ອາໄລວ່າ: ຕາງໜ້າໃຫ້ຄະ ນະບໍລິຫານງານພັກແຂວງຫຼວງພະບາງ, ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມໄຫວ້ອາໄລຮັກຢ່າງສຸດ ຊຶ້ງເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ, ນັກຮົບປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ, ການຈາກໄປ ຂອງສະ ຫາຍ ເປັນການສູນເສຍຜູ້ນຳທີ່ແສນເຄົາລົບຮັກຂອງພັກ, ຂອງລັດ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນ ດາເຜົ່າ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກຮົບປະຕິວັດ, ແມ່ນຜູ້ນຳທີ່ກ້າແກ່ນ, ກ້າຫານ ແລະ ດີ ເດັ່ນຂອງຊາດ ຊຶ່ງໄດ້ອຸທິດຊີວິດ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ, ພັດທະນາປະ ເທດຊາດ ໃຫ້ຮຸ່ງເຮືອງຈະເລີນ.

ຄະນະນໍາແຂວງຫຼວງພະບາງ ຂໍສະແດງຄວາມເຄົາລົບຮັກ ແລະ ແບ່ງເບົາຄວາມໂສກເສົ້າ ຕໍ່ຄອບຄົວ ສີພັນດອນ ແລະ ຂໍຈົດຈຳ, ຈາລຶກບຸນຄຸນ ແລະ ຄຸນງາມຄວາມດີ ຂອງສະຫາຍຕະຫຼອດໄປ. ຂໍໃຫ້ດວງວິນຍານຂອງສະຫາຍ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.

ຂ່າວ: ຈາກຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa