ແຂວງຫຼວງພະບາງ ສະຫຼຸບ ວຽກງານແຜນການ ແລະ ການລົງທຶນ
ແຫຼ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທຶນ ປະຈໍາປີ 2024 ແລະ ວາງແຜນວຽກຈຸດສຸມ ປີ 2025 ຂອງແຂວງຫຼວງພະບາງ ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍມີ ທ່ານ ບູນເຫຼືອ ສິນໄຊວໍຣະວົງ, ຮອງເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍພະແນກການ, ອົງການ, ເມືອງ ແລະ ນະຄອນ-ຫຼວງພະບາງ ເຂົ້າຮ່ວມ.
ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ໄດ້ລາຍງານວ່າ: ໃນໄລຍະ 1 ປີຜ່ານມາ ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ໄດ້ຈັດຕັ້ງປະຕິບັດວຽກງານ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ບຸກທະລຸແກ້ໄຂບັນຫາປະກົດການຫຍໍ້ທໍ້ ຫາງສຽງຈາກສັງຄົມທີ່ກະທົບໃສ່ ຂະແໜງແຜນການ ແລະ ການລົງທຶນ ໂດຍສະເພາະ ການຄົ້ນຄວ້າ-ສ້າງແຜນພັດທະ ນາເສດຖະກິດ-ສັງຄົມ; ການຄຸ້ມຄອງ-ຈັດສັນໂຄງການລົງທຶນຂອງລັດ ແລະ ການອະນຸມັດ, ສ້າງໂຄງການນອກແຜນ; ຄຸ້ມຄອງໂຄງການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ມີການຫັນປ່ຽນ ແລະ ມີທ່ວງທ່າດີຂຶ້ນເລື້ອຍໆ, ສະພາບການລົງທຶນ ມີບັນຍາກາດຟົດຟື້ນ, ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ ເຊິ່ງແຜນງົບປະມານການລົງທຶນຂອງລັດ ປີ 2024 ມີ 101,8 ຕື້ກວ່າກີບ ເພື່ອຈັດຕັ້ງປະຕິບັດ 244 ໂຄງການ ໃນນີ້, ຂັ້ນສູນກາງອະນຸມັດ 78 ໂຄງການ ມູນຄ່າ 74.547 ລ້ານກວ່າກີບ ແລະ ຂັ້ນແຂວງອະນຸມັດ 165 ໂຄງການ ມູນຄ່າ 27.289 ລ້ານກວ່າກີບ. ປັດຈຸບັນ ໄດ້ອອກໃບອະນຸມັດສັ່ງຈ່າຍ ເທົ່າກັບ 99,86% ຂອງແຜນການ, ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າ ຈັດສັນເງິນເກີນແຜນປີ ເພື່ອຊຳລະໜີ້ສິນ ໂຄງການລົງທຶນຂອງລັດ, ໂຄງການສືບຕໍ່ ແລະ ໂຄງການພັດທະນາໃໝ່ 41 ໂຄງການ ມູນຄ່າ 42.930 ລ້ານກີບ; ສືບຕໍ່ຈັດສັນງົບປະມານບ້ວງ 80 ລ້ານບາດ ທີ່ໄດ້ຮັບການສະໜັບສະໜູນ ຈາກບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ເຂົ້າໃນການກໍ່ສ້າງໄຟເຍືອງທາງ ແລະ ເສັ້ນທາງ 4 ໂຄງການ ມູນຄ່າ 5,15 ຕື້ກວ່າກີບ, ສາມາດອະນຸຍາດໂຄງ ການລົງທຶນໄດ້ 45 ໂຄງການ ມູນຄ່າ 183 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 175 ລ້ານໂດລາສະຫະລັດການລົງທຶນພາຍໃນ ມີ 31 ໂຄງການ ມູນຄ່າ 159 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 155 ລ້ານໂດລາສະ ຫະລັດ.
ສຳລັບປີ 2025 ແຂວງຫຼວງພະບາງ ຈະເພີ່ມທະວີເອົາໃຈໃສ່ຄົ້ນຄວ້າ ສ້າງ ແລະ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີລັກສະນະ ວິເຄາະ, ວິໄຈ ບັນຫາສະພາບຄວາມເປັນຈິງຢ່າງພາວະວິໄສຫລາຍຂຶ້ນ.
ໂອກາດນີ້, ທ່ານ ບູນເຫຼືອ ສິນໄຊວໍຣະວົງ ໄດ້ຊີ້ນຳໃຫ້ບັນດາຂະແໜງການກ່ຽວຂ້ອງ ຈົ່ງຍູ້ແຮງບັນ ດາຂະບວນການ ແຜນພັດທະນາ ໃນຂະແໜງການຂອງຕົນຢ່າງແຂງແຮງ ໃຫ້ບັນລຸຕາມແຜນທີ່ສະພາປະຊາຊົນແຂວງໄດ້ຮັບຮອງ.
ໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.