ແຂວງຫຼວງພະບາງ ສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX

ສະຫາຍ ບຸນເລືອມ ມະນີວົງ ໄດ້ຮັບຄວາມໄວ້ວາງໃຈ ເລືອກຕັ້ງເປັນເລຂາຄະນະບໍລິການພັກແຂວງ, ສະ ຫາຍ ບຸນເຫຼືອ ສິນໄຊວໍລະວົງ ແລະ ສະຫາຍ ຄຳຫຼ້າ ລຽນປະດິດ ເປັນຮອງເລຂາ
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂຶ້ນ ໃນວັນທີ 29-30 ກັນຍາ 2025 ເຊິ່ງມີຜູ້ແທນສົມບູນໃນທົ່ວແຂວງຫຼວງພະບາງ ເຂົ້າຮ່ວມ 281 ສະຫາຍ, ຍິງ 34 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ບັນດາສະຫາຍສະມາຊິກພັກທັງໝົດ 27,342 ສະຫາຍ, ຍິງ 6,836 ສະຫາຍ.
ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາໃສ່ການຄົ້ນ ຄວ້າ, ປະກອບຄຳເຫັນຢ່າງເລິກເຊິ່ງ ເຮັດໃຫ້ກອງປະຊຸມໃຫຍ່ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ສຳເລັດລົງຕາມຈຸດປະສົງ ແລະ ລະດັບຄາດ ໝາຍອັນຈົບງາມ.
ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດ ໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ ແລະ ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ເຊິ່ງມີຜູ້ສະ ໝັກເລືອກຕັ້ງທັງໝົດ 44 ສະຫາຍ, ຍິງ 06 ສະຫາຍ, ເລືອກໄດ້ 39 ສະຫາຍ, ຍິງ 05 ສະຫາຍ ຄື:
- ສະຫາຍ ບຸນເລື່ອມ ມະນີວົງ
 - ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ
 - ສະຫາຍ ຄຳຫຼ້າ ລຽນປະດິດ
 - ສະຫາຍ ຄຳຄ່ອງ ພົມມະປັນຍາ
 - ສະຫາຍ ນາງ ວຽນວິໄລ ດີລະພັນ
 - ສະຫາຍ ສົມພອນ ສີອຸດົມພັນ
 - ສະຫາຍ ສົມມະລີ ຄຳເກັ່ງ
 - ສະຫາຍ ຈີນດາວົງ ໂພສີຄຳ
 - ສະຫາຍ ຊາຍພອນ ຈັນທຸມມາ
 - ສະຫາຍ ພົ.ວ ສີວິໄຊ ເພັງສັນຕິສຸກ
 - ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ
 - ສະຫາຍ ຄຳເກັ່ງ ຈັນທະວີສຸກ
 - ສະຫາຍ ສຳນານ ສົນທະນີ
 - ສະຫາຍ ມີໄຊ ໄຊເກີຢາຈົງຕົວ
 - ສະຫາຍ ນາງ ສຸດາພອນ ຄົມທະວົງ
 - ສະຫາຍ ສົມຫວັງ ພອນຄຳວົງສາ
 - ສະຫາຍ ຄິນຄຳ ເລັ່ງສະຫວັດ
 - ສະຫາຍ ແກ່ນຄໍາ ຄໍາພັນ
 - ສະຫາຍ ທອງຈັນ ລັດຕະນະປະດິດ
 - ສະຫາຍ ບຸນຈັນ ປານຟອງເພັດ
 - ສະຫາຍ ສຸກດາວັນ ພັນຈັກຂັນ
 - ສະຫາຍ ສົມແວວເພັດ ດວງປະສິດ
 - ສະຫາຍ ເພັງ ຄຳມະວົງ
 - ສະຫາຍ ພົ.ວ ຕູຊົງ ປັດໃຈ
 - ສະຫາຍ ນາງ ຈັນດີ ເຢັງວື
 - ສະຫາຍ ສຸລິເດດ ແກ້ວບົວລະເພັດ
 - ສະຫາຍ ຄຳກ້ຽງ ຈົ່ງຮົວຖໍ່
 - ສະຫາຍ ພູທອນ ຫຼວງວິໄລ
 - ສະຫາຍ ສອນສັກ ສຸລິເສີມ
 - ສະຫາຍ ນາງ ບົວສອນ ໄຊຍະໄຊ
 - ສະຫາຍ ດວງເພັດ ຢວນໄຊສົມແພງ
 - ສະຫາຍ ສະເຫວີຍ ສີລາວັນ
 - ສະຫາຍ ໄຊນະຄອນ ສຸດທິດາ
 - ສະຫາຍ ບຸນເຕັມ ອາໄພສະຫວັດ
 - ສະຫາຍ ນາງ ແກ້ວລາ ມະນີຈິດ
 - ສະຫາຍ ອົ່ງຊົ່ງ ໄຊຍະວົງ
 - ສະຫາຍ ໄພວັນ ຈັນທະສຸກ
 - ສະຫາຍ ຄຳເພັດ ສີລາທອງນິດ
 - ສະຫາຍ ພັ.ອ ທອງລາ ໄຊຍະວົງສັກ
 
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ IX ໄດ້ພ້ອມກັນໃຊ້ສິດເລືອກເອົາຄະນະປະຈໍາພັກແຂວງ ດ້ວຍການປ່ອນບັດໂດຍກົງ ມີຜູ້ອອກສະໝັກເລືອກຕັ້ງ 15 ສະຫາຍ, ຍິງ 02 ສະຫາຍ, ເລືອກໄດ້ 13 ສະຫາຍ, ຍິງ 01 ສະຫາຍ, ຄື:
- ສະຫາຍ ບຸນເລື່ອມ ມະນີວົງ
 - ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ
 - ສະຫາຍ ຄຳຫຼ້າ ລຽນປະດິດ
 - ສະຫາຍ ຄຳຄ່ອງ ພົມມະປັນຍາ
 - ສະຫາຍ ນາງ ວຽນວິໄລ ດີລະພັນ
 - ສະຫາຍ ສົມພອນ ສີອຸດົມພັນ
 - ສະຫາຍ ຈີນດາວົງ ໂພສີຄຳ
 - ສະຫາຍ ພົ.ວ ສີວິໄຊ ເພັງສັນຕິສຸກ
 - ສະຫາຍ ຄຳເກັ່ງ ຈັນທະວີສຸກ
 - ສະຫາຍ ພົ.ວ ຕູຊົງ ປັດໃຈ
 - ສະຫາຍ ຊາຍພອນ ຈັນທຸມມາ
 - ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ
 - ສະຫາຍ ສຳນານ ສົນທະນີ
 
ກອງປະຊຸມ ໄດ້ເປັນເອກະພາບສົມບູນເລືອກຕັ້ງເອົາ ເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ຄື:
ສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນເຫຼືອ ສິນໄຊວໍຣະວົງແລະ ສະຫາຍ ຄຳຫຼ້າ ລຽນປະດິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ກອງປະຊຸມໄດ້ເລືອກເອົາປະທານກວດກາ ແລະ ຮອງປະທານກວດກາຄະນະພັກແຂວງ ຄື: ສະຫາຍ ຊົມ ຊື່ນ ໄຊເກີຢ່າຈົງຕົວ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ທອງຈັນ ລັດຕະນະປະດິດ, ສະຫາຍ ນາງ ສົມໝາຍ ວິນາກອນ ແລະ ສະຫາຍ ຄໍາພວງ ດວງມະນີ ເປັນຮອງປະທານຄະນະກວດກາພັກແຂວງ.
ຕອນທ້າຍກອງປະຊຸມໃຫຍ່ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາພັກ


ຂ່າວ-ພາບ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ