ແຂວງຫຼວງພະບາງ ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ
ກອງປະຊຸມເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ພຶດສະພາ 2025 ທີ່ຫ້ອງປະຊຸມໃຫຍ່ ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳຂັນ ຈັນທະວີສຸກ; ກຳມະການສູນກາງພັກ; ເລຂາພັກແຂວງ; ເຈົ້າແຂວງຫຼວງພະບາງ, ມີບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ພະນັກງານການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ນະຄອນ ເຂົ້າຮ່ວມຮັບຟັງ.
ທ່ານ ຄຳຂັນ ຈັນທະວີສຸກ; ກຳມະການສູນກາງພັກ; ເລຂາພັກແຂວງ; ເຈົ້າແຂວງຫຼວງພະບາງ ໄດ້ມີຄຳເຫັນວ່າ: ການເຜີຍແຜ່ເຊື່ອມຊຶມບັນດາເອກະສານກ່ຽວກັບການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ແມ່ນ ເພື່ອເປັນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ໃຫ້ກັບຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ, ນະຄອນ, ພະ ແນກການ ແລະ ອົງການທຽບເທົ່າໄດ້ຮັບຮູ້ເຂົ້າໃຈ, ເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ, ສັບຊ້ອນ ແລະ ນໍາໃຊ້ສະຖານທີ່ເຮັດວຽກ, ສຳນັກງານ ຂອງກະຊວງ, ອົງການ ແລະ ພະແນກການ ຢູ່ທ້ອງຖິ່ນ ທີ່ຖືກປັບປຸງ ໃຫ້ມີປະ ສິດທິພາບ, ຕ້ານການຟູມເຟືອຍ, ການສວຍໂອກາດ, ບໍ່ເຮັດໃຫ້ໂຄງລ່າງພື້ນຖານ, ຊັບສິນ, ພາຫະນະ, ວັດຖຸ, ອຸປະ ກອນຕົກເຮ່ຍເສຍຫາຍ ຫຼື ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການປັບປຸງກົງຈັກ, ຮັບປະກັນດ້ານງົບປະມານ ເພື່ອຮັບໃຊ້ເຂົ້າໃນການປັບປຸງກົງຈັກ ກໍຄື ຮອງຮັບໃຫ້ແກ່ການເຄື່ອນໄຫວວຽກງານ ໃຫ້ມີປະສິດທິຜົນ ບົນຈິດໃຈປະຢັດ. ບົນພື້ນຖານນັ້ນ, ຄະນະບໍລິຫານງານສູນກາງພັກຈຶ່ງຕົກລົງປັບປຸງກົງຈັກການຈັດຕັ້ງຄື: ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ, ເອີ້ນຊື່ວ່າ: ກະຊວງການເງິນ; ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກໍາ ແລະ ການຄ້າ, ເອີ້ນວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າ; ໂຮມກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກໍາ ແລະ ປ່າໄມ້, ຊື່ໃໝ່ເອີ້ນວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂຮມກະ ຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົບບາດ ຂອງຄະນະຈັດຕັ້ງສູນກາງພັກ, ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ເຮັດວຽກດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກ ດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນ ທີ່ເຮັດວຽກໃນຂົງເຂດດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສໍານັກງານນາຍົກ ລັດຖະ ມົນຕີ ແລະ ກະຊວງ, ອົງການອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ; ໂອນວຽກສື່ມວນຊົນ (ວຽກຖະແຫຼ່ງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ. ປ່ຽນຊື່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະ ນະທໍາ ແລະ ການທອງທ່ຽວ; ສ່ວນການປັບປຸງກົງຈັກ ຢູ່ທ້ອງຖິ່ນ ແຂວງ ແລະ ເມືອງ ແມ່ນໃຫ້ປັບປຸງໂຮມເຂົ້າກັນ ຕາມຂະແໜງສາຍຕັ້ງ ທີ່ມີການປັບປຸງ ໂຮມເຂົ້າກັນ.
ການປັບປຸງກົງຈັກການຈັດຕັ້ງ ໃນຄັ້ງນີ້ ແມ່ນການປະຕິບັດແນວທາງການຈັດຕັ້ງ ຂອງພັກເຮົາໃຫ້ “ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ” ເນື້ອແທ້ ແມ່ນການບໍລິຫານຈັດການອົງການ ເພື່ອນໍາໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ, ມີປະສິດທິພາບ ແລະ ຍືນຍົງ.
ຈາກນັ້ນ ທ່ານ ປອ ຄຳຄ່ອງ ພົມມະປັນຍາ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.