ເປີດອົບຮົມ ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

ຊຸດທີ IV ປະຈໍາປີ 2024 ທີ່ເມືອງນໍ້າບາກ

ຕອນເຊົ້າຂອງວັນທີ  9 ສິງຫາ 2024 ນີ້; ຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ເປີດພິທີ ອົບຮົມ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະຊິກພັກປະຊາຊົນປະຕິວັດລາວ ຊຸດທີ່ IV ປະຈຳປີ 2024  ຢູ່ຫ້ອງປະຊຸມກຸ່ມພັກ-ພະນັກງານ ເປັນປະທານໂດຍ  ສະຫາຍ ສົມລົດ ສຸລິຍົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງນໍ້າບາກ. ເຊິ່ງມາຈາກ 4 ໜ່ວຍພັກຂອງກຸ່ມປາກມອງຄື: ໜ່ວຍພັກບ້ານ ວັງຄຳ, ບ້ານ ປາກມອງ, ບ້ານ ນໍ້າມອງ ແລະ ໜ່ວຍພັກບ້ານດອກເລົາ  ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 3 ສະຫາຍ.

ບົດຮຽນທີ່ອົບຮົມໃນຄັ້ງນີ້ໄດ້ນຳໃຊ້ເອກະສານຈາກຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້ ເຊິ່ງມີ 13 ຄໍາຖາມ 13 ຄໍາຕອບ. ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງສະມາຊິກພັກ. ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ສິດ ແລະ ຜົນປະໂຫຍດຂອງສະມາຊິກພັກທີຈະໄດ້ຮັບ. ເຮັດໃຫ້ມະຫາຊົນຜູ້ກ້າວໜ້າກຳໄດ້ເນື້ອໃນພື້ນຖານ ແລະ ຫຼັກການລວມຂອງພັກເພື່ອປົກປ້ອງບົດບາດ, ກຽດສັກສີຂອງພັກເຮົາ.

ໃນຕອນທ້າຍ ປະທານ ໄດ້ເນັ້ນໜັກໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຂະຫຍາຍເຂົ້າພັກປະຊາຊົນ ປະຕິ ວັດລາວ ຈົ່ງນໍາເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີແບບ ແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕົວຈິງທີ່ພັກ-ລັດມອບໝາຍ ໃຫ້ມີຜົນສຳ ເລັດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນຕໍ່ໜ້າ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນໄວ້ເປັນຫຼັກຖານ ເພື່ອຕິດຕາມການຂະຫຍາຍເຂົ້າ ພັກສຳຮອງ-ສົມບູນຕໍ່ໄປອີກດ້ວຍ.

ຜູ້ຂຽນຂ່າວ : ທ້າວ ອ່ອນຈັນ ແກ້ວມະນີພອນ ຄະນະໂຄສະນາອົບຮົມເມືອງນໍ້າບາກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa