ພິທີຫົດສົງນໍ້າພຣະພຸດທະຮູບຢູ່ໃນບໍລິເວນຖໍ້າຕິ່ງ ເມືອງປາກອູ

ພາຍຫຼັງ ທີ່ນາງສັງຂານທັງ 7 ຫຼື ທິດາຂອງພະຍາກະບິນລະພົມ ໄດ້ສໍາເລັດການຫົດສົງພຣະບາງ ພຸດທະລາວັນ ຢູ່ວັດໃໝ່ ສຸວັນນະພູມມາຣາມ ແລ້ວ ກໍ່ໄດ້ສືບຕໍ່ ໄປຫົດສົງນໍ້າພຣະພຸດທະຮູບຢູ່ໃນບໍລິເວນຖໍ້າຕິ່ງ ເມືອງປາກອູ. ເຊິ່ງປີນີ້ແມ່ນກົງກັບວັນທີ 17 ເມສາ 2026 ພາຍໃຕ້ການນໍາພາຂະບວນນາງສັງຂານ ໂດຍທ່ານ ສົມພອນ ສີອຸດົມພັນ, ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍເລຂາພັກນະຄອນ-ຫຼວງພະບາງ, ການນຳແຂວງ ແລະຄະນະຮັບຜິດ ຊອບນາງສັງຂານເຂົ້າຮ່ວມ.

ເດີນທາງໂດຍການຂີ່ເຮືອ ຈາກທ່າວັດຊຽງທອງ ມຸ່ງໜ້າຂຶ້ນໄປ ຫາຖໍ້າຕິ່ງ ເມື່ອໄປຮອດວັດດອນຄູນ ກໍ່ໄດ້ນຳພານາງສັງຂານ ແວ່ຫົດສົງນໍ້າພະ ແລະຂໍພອນ ເພື່ອຄວາມເປັນສິລິມຸງຄຸນ ແລະຄໍ້າຄູນໜູນຂຶ້ນ ຕາມຄວາມເຊື່ອ, ຈາກນັ້ນກໍໄດ້ເດີນທາງຕໍ່ ໄປຮອດຖໍ້າຕິ່ງ ເຊິ່ງທີ່ນັ້ນແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນໍາ ແລະປະຊາຊົນເມືອງປາກອູ ເພື່ອຈະໄດ້ພ້ອມກັນຫົດສົງພະພຸດທະຮູບທີ່ຕັ້ງລຽງໄວ້ ຢູ່ພາຍໃນຖໍ້າ ຈຳນວນຫຼາຍກວ່າ 4,000 ອົງ. ຢູ່ບໍລິເວນຖໍ້າຕິ່ງຈະມີ ສອງຖໍ້າທີ່ມີພະພຸດທະຮູບວາງຢູ່ ເພື່ອໃຫ້ຊາວພຸດໄດ້ກາບໄຫວ ບູຊາ ເຊິ່ງເອີ້ນວ່າຖໍ້າເທິ່ງ ແລະຖໍ້າລຸ່ມ. ພະພຸດທະຮູບເຫຼົ່ານີ້ສ່ວນໃຫຍ່ແມ່ນຄວັດດ້ວຍໄມ້ ຫຼືປັ້ນຈາກຢາງໄມ້ແປກ ແລະເຄືອບນໍ້າກ້ຽງສີແດງ ຫຼືສີດໍາ ແລ້ວໂອບດ້ວຍຄຳປິ້ວ. ຮູບຄວັດບາງອົງ ຄວັດເຮັດດ້ວຍເຂົາສັດ, ທອງສໍາອິດ ແລະດິນເຜົາອ່ອນ. ຮູບຄວັດພະພຸດທະຮູບເຫຼົ່ານີ້ ມີຢູ່ຫຼາຍປາງ ຊຶ່ງອະທິບາຍເຖິງຂັ້ນຕອນຕ່າງໆ ໃນຊີວິດຂອງພະພຸດທະເຈົ້າ ເຊັ່ນ: ປາງຮຽກຝົນ, ປາບມານ, ສະມາທີ, ຫ້າມຍາດ, ນອນ ແລະອື່ນໆ.


ເມື່ອຮອດບຸນປີໃໝ່ລາວຂອງທຸກໆປີ ນາງສັງຂານທັງ 7 ກໍ່ຈະມາຫົດສົງພະພຸດທະຮູບຢູ່ໃນ ຖໍ້າແຫ່ງນີ້, ນອກຈາກນີ້, ບັນດາຊາວພຸດທັງພາຍໃນ ແລະຕ່າງປະເທດກໍໄດ້ລັ່ງໄຫລກັນໄປຫົດສົ່ງ ເພື່ອເປັນສິລິມຸງຄຸນໃຫ້ແກ່ຕົນເອງ ແລະຄອບຄົວ.
ພາຍຫຼັງສຳເລັດການຫົດສົງນໍ້າພະພຸດທະຮູບແລ້ວ ການນຳເມືອງປາກອູ ຍັງໄດ້ຈັດພາບາຍສີສູ່ຂວັນ ຕາມຮິດຄອງປະເພນີ ທີ່ສືບທອດກັນມາໃຫ້ແກ່ນາງສັງຂານ ແລະການນໍາພັກ-ລັດ ເພື່ອຮັບໂຊກຮັບໄຊໃນປີໃໝ່ຕື່ມອີກ.

ການຫົດສົງນໍ້າພະພຸດທະຮູບຢູ່ຖໍ້າຕິ່ງນີ້ ບໍ່ພຽງແຕ່ເປັນການປະຕິບັດຕາມຮີດຄອງປະເພນີອັນເກົ່າແກ່ເທົ່ານັ້ນ ແຕ່ຍັງເປັນກິດຈະກຳອັນໜຶ່ງທີ່ສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຫຼວງພະບາງໃຫ້ຫຼາຍຂຶ້ນ ແລະເປັນການອະນຸລັກ ປົກປັກຮັກສາ ມໍລະດົກດ້ານວັດທະ ນະທໍາ ທີ່ເກົ່າແກ່ຂອງຊາດໃຫ້ຄົງຢູ່ຄູ່ກັບຊາວຫຼວງພະບາງ ຕະຫຼອດໄປ.
ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ