ພິທີປາຖະກະຖາລະນຶກ 2 ວັນປະຫວັດສາດສຳຄັນ ປະຈຳເດືອນ ພຶດສະພາ 2026 ຂອງເມືອງຈອມເພັດ

ເມືອງຈອມເພັດ ແຂວງຫລວງພະບາງ, ໄດ້ຈັດພິທີໂຄສະນາ-ປາຖະກະຖາ ລະນຶກວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ຂື້ນໃນວັນທີ 21 ພຶດສະພາ 2026 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ, ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມສະຫງ່າງາມ ແລະ ຄວາມຮູ້ສຶກຮັກເຊື້ອ-ແພງຊາດ, ເຊິ່ງເປັນວັນແຫ່ງຄວາມຊົງຈຳຂອງການຕໍ່ສູ້ ເພື່ອເອກະລາດ ແລະ ສັນຕິພາບຂອງຊາດລາວ. ໃນໂອກາດນີ້ ສະຫາຍ ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງຈອມເພັດ, ໄດ້ຂື້ນປາຖະກະຖາທວນຄືນມູນ ເຊື້ອຄວາມກ້າຫານຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວງ ທີ່ສາມາດຕີຜ່າວົງປິດລ້ອມຂອງສັດຕູອອກມາໄດ້ຢ່າງສະຫງ່າຜ່າເຜີຍ, ນັ້ນແມ່ນບາດກ້າວສຳຄັນທີ່ທຳລາຍແຜນການຂອງສັດຕູ ແລະ ສ້າງຂວັນກຳລັງໃຈໃຫ້ແກ່ກຳລັງປະຕິວັດທົ່ວປະເທດ.


ພ້ອມກັນນັ້ນ ສະຫາຍ ນາງ ສົມສະໝອນ ຄໍາສຸກສະຫວັດ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຍັງໄດ້ທວນຄືນເຖິງວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ. ເຫດການຄັ້ງນັ້ນເປັນການສະແດງເຖິງສະຕິປັນຍາ, ຄວາມອົດທົນ ແລະ ຄວາມເສຍສະລະອັນຍິ່ງໃຫຍ່ ເພື່ອສືບຕໍ່ພາລະກິດປົດປ່ອຍຊາດ, ສະຫາຍໄດ້ເນັ້ນວ່າ ວິລະກຳທັງສອງເຫດການນີ້ ບໍ່ພຽງແຕ່ເປັນປະຫວັດສາດຂອງການຕໍ່ສູ້ເທົ່ານັ້ນ ແຕ່ຍັງເປັນມູນເຊື້ອທີ່ຄົນລາວຮຸ່ນຫຼັງ ຕ້ອງສືບທອດ, ຮັກສາ ແລະ ເສີມສ້າງໃຫ້ຍືນຍົງ. ໂດຍສະເພາະແມ່ນການຮັກສາຄວາມສາມັກຄີ, ເອົາໃຈໃສ່ພັດທະນາປະເທດຊາດ ແລະ ປົກປັກຮັກສາເອກະລາດ ອະທິປະໄຕ, ເປັນການປຸກຈິດສຳນຶກຮັກເຜົ່າ, ຮັກຊາດ ໃຫ້ແກ່ຄົນຮຸ່ນໃໝ່ ໃຫ້ເຫັນຄຸນຄ່າຂອງສັນຕິພາບ ແລະ ເອກະລາດ ທີ່ໄດ້ມາດ້ວຍເລືອດເນື້ອຂອງຊາດເຮົາ.


ພາບ-ຂ່າວ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມ ເມືອງ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມ ແຂວງ