ປະກາດການຍົກຍ້າຍ, ແຕ່ງຕັ້ງ ແລະມອບ-ຮັບໜ້າທີ່ ພະນັກງານນໍາພາ-ຄຸ້ມຄອງ ແຂວງຫຼວງພະບາງ

ວັນທີ 2 ມິຖຸນາ 2026 ນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ມີພິທີ ປະກາດການຍົກຍ້າຍ, ແຕ່ງຕັ້ງ ແລະມອບ-ຮັບໜ້າທີ່ ພະນັກງານນໍາພາ-ຄຸ້ມຄອງຂອງແຂວງ, ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກຳມະການສຸນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີພະນັກງານການນຳຫຼັກແຫຼ່ງຂອງແຂວງ, ແຂກຮັບເຊີນ ແລະພະນັກງານ ຈາກພະແນກການກົມກອງກ່ຽວຂ້ອງ ເຂົ້າຮ່ວມ.

ພິທີ ທ່ານ ສຸວັນທອນ ມະນີພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິ ການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກແຂວງ, ແລະມະຕິຕົກລົງຂອງຄະນະປະຈໍາພັກແຂວງ ກ່ຽວກັບການຍົກຍ້າຍ ແລະແຕ່ງຕັ້ງ ໜ້າທີ່ພະນັກງານນໍາພາ-ຄຸ້ມຄອງ ແຂວງຫຼວງພະບາງ, ໂດຍການເຫັນດີ ຍົກຍ້າຍ ທ່ານ ຄໍາຄ່ອງ ພົມມະປັນຍາ ກໍາມະການປະຈໍາພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ເປັນ ປະທານ ຄະນະກວດກາພັກ ປະທານອົງການກວດກາລັດ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງ ແຂວງ, ຍົກຍ້າຍ ທ່ານ ທອງຈັນ ລັດຕະນະປະດິດ ຮອງປະທານຄະນະກວດກາພັກ ຮອງປະທານອົງການກວດກາລັດ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງ ແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ປະກາດ ຍົກຍ້າຍ ທ່ານ ພຽງຄໍາ ທຳມະວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ໄປປະຈໍາການ ຢູ່ຫ້ອງວ່າການແຂວງຫຼວງພະບາງ ,ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດມອບມະຕິຕົກລົງໃຫ້ຜູ້ໄດ້ຮັບໜ້າ /ທີ່ໃໝ່, ຈາກນັ້ນ, ໄດ້ມີການລົງນາມບົດບັນທຶກການມອບ-ຮັບໜ້າທີ່ ຮ່ວມກັນ ໂດຍມີຜູ້ເຂົ້າຮ່ວມເປັນສັກຂີພິຍານ.

ຕອນທ້າຍ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫລວງພະບາງ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ທຸກພາກສ່ວນ ມີຄວາມຮັບຮູ້ ແລະເຂົ້າໃຈຕໍ່ການປັບປຸງ ຊັບຊ້ອນບ່ອນປະຈຳການຂອງພະນັກງານນຳພາ-ຄຸ້ມຄອງ ເພື່ອໃຫ້ມີຄວາມສອດຄ່ອງກັບການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່, ທັງເປັນວຽກງານປົກກະຕິທີ່ໄດ້ຈັດຕັ້ງປະຕິບັດ ນັບແຕ່ສູນກາງ ລົງຮອດທ້ອງຖີ່ນ, ພ້ອມນັ້ນ ທ່ານໄດ້ມີຄຳເຫັນຊີ້ນຳໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ທ່ານປະທານພິທີ ຍັງເນັ້ນຕື່ມວ່າ: ເພື່ອເຮັດໃຫ້ວຽກງານແຕ່ລະຂົງເຂດມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້ ທຸກພາກສ່ວນຕ້ອງຖືສຳຄັນ ການຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ມີການແບ່ງງານ ແບ່ງຄວາມຮັບຜິດ ຊອບໃຫ້ກັນຢ່າງລະອຽດ ທັງມີການຕິດຕາມກວດກາໃຫ້ເປັນປົກກະຕິ.

ພາບ+ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ