ເລຂາພັກເມືອງນໍ້າບາກເນັ້ນໜັກໃຫ້ 2 ກຳລັງ ປກຊ-ປກສ ຕ້ອງປະຕິບັດວຽກງານໃຫ້ເຂັ້ມແຂງຮອບດ້ານ

ເລຂາພັກເມືອງນໍ້າບາກເນັ້ນໜັກໃຫ້ 2 ກຳລັງ ປກຊ-ປກສ ຕ້ອງປະຕິບັດວຽກງານໃຫ້ເຂັ້ມແຂງຮອບດ້ານ

ວັນທີ 15 ມິຖຸນາ 2026 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງນໍ້າບາກ ແຂວງຫຼວງພະບາງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບຝັ່ງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ, ເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ, ຜູ້ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ, ພາລະບົດບາດ, ສິດ ແລະ ໜ້າທີ່ການເຄື່ອນໄຫວ, ຄວາມຮັບ ຜິດຊອບຂອງຕາແສງ, ການສ້າງຕັ້ງຕາແສງ ແລະ ໄດ້ເນັ້ນໜັກດ້ານການເມືອງແນວຄິດ, ດ້ານການປະຕິບັດວຽກງານວິ ຊາສະເພາະ, ດ້ານແບບແຜນການນໍາພາ ແລະ ວິທີເຮັດວຽກ, ດ້ານຄຸນສົມບັດສິນທໍາປະຕິວັດ, ການສ້າງກົມກອງເຂັ້ມ ແຂງຕິດພັນກັບການສ້າງພະນັກງານເຂັ້ມແຂງ ເປັນຕົ້ນແມ່ນ ຄະນະພັກ, ຄະນະນຳທັງ 2 ກຳລັງ ຕ້ອງມີແນວຄິດຫຼັກໝັ້ນ, ເປັນແບບຢ່າງທາງດ້ານແນວຄິດ, ພຶດຕິກໍາທີ່ດີໃຫ້ແກ່ພະນັກງານ, ສະມາຊິກພັກໃນກົມກອງ ລວມເຖິ່ງການປະຕິບັດໜ້າ ທີ່ວຽກງານຕ້ອງເປັນແບບຢ່າງນຳໜ້າໃນການປະຕິບັດລະບຽບກົດໝາຍ, ການເຮັດວຽກງານຂອງຕົນຮັບຜິດຊອບໃຫ້ຢູ່ໃນຂອບເຂດສິດ, ຄວາມຮັບຜິດຊອບຂອງກົມກອງ, ບໍ່ສວຍໃຊ້ໜ້າທີ່ຕຳແໜງ, ບໍ່ແຍກພັກສ້າງກຸ່ມກ້ອນທີ່ຄັດກັບລະ ບຽບການ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ ນໍາພາ-ຊີ້ນຳການເຮັດວຽກງານໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ຊຸກຍູ້-ສ້າງພະນັກງານສືບທອດ, ສົ່ງເສີມໄປຍົກລະດັບຄວາມຮູ້ດ້ານຕ່າງໆ ເພື່ອມາພັດທະ ນາກົມກອງ, ປະຕິບັດໜ້າທີ່ການເມືອງໃຫ້ມີຜົນສຳເລັດ ກ່າວໄປສູ່ເປັນກົມກອງທີ່ເຂັ້ມແຂງໜັກແໜ້ນ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ຂ່າວ: ຄະນະໂຄສະນາອົບຮົມເມືອງນໍ້າບາກ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa