ປະທານສະພາປະຊາຊົນແຂວງຫຼວງພະບາງ ເນັ້ນໃຫ້ບັນດາບ້ານຢູ່ລຽບເສັ້ນທາງຜ່ານໄປແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ ໃຫ້ພັດທະນາ ມີຈຸດແວພັກ, ແວຊົມ, ແວ່ຊື້ ແລະ ແວ່ຊີມອາຫານ ດ້ວຍຫຼາຍສີສັນ

ປະທານສະພາປະຊາຊົນແຂວງຫຼວງພະບາງ ເນັ້ນໃຫ້ບັນດາບ້ານຢູ່ລຽບເສັ້ນທາງຜ່ານໄປແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ

ໃຫ້ພັດທະນາ ມີຈຸດແວພັກ, ແວຊົມ, ແວ່ຊື້ ແລະ ແວ່ຊີມອາຫານ ດ້ວຍຫຼາຍສີສັນ

ໃນໂອກາດ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະ ທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານ ສະພາປະຊາຊົນແຂວງ ພ້ອມດ້ວຍຄະ ນະນຳ ຂອງແຂວງ, ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ບ້ານທ່າແປ້ນ ນະຄອນ-ຫຼວງພະບາງ ໃນວັນທີ 23 ມິ ຖຸນາ 2026.

ທ່ານ ໄດ້ຮັບຟັງການລາຍງານສະພາບລວມຂອງການພັດທະນາເສດຖະກິດ-ສັງຄົມ ບ້ານທ່າແປ້ນ ແລະ ໄດ້ເປີດໂອກາດ ໃຫ້ອໍານາດການປົກຄອງບ້ານ 19 ບ້ານ ທີ່ຢູ່ລຽບເສັ້ນທາງຜ່ານໄປແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງ ຊີເຂົ້າຮ່ວມ, ເພື່ອສະແດງຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີ ເຊິ່ງຄໍາສະເໜີ ສ່ວນຫຼາຍແມ່ນຄໍາສະເໜີທີ່ພົວພັນກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ, ບັນຫາເສັ້ນທາງພາຍໃນບ້ານ, ເສັ້ນທາງໄປບ່ອນທໍາການຜະລິດ, ຄຸນນະພາບການຮຽນ-ການສອນ, ການຂະຫຍາຍນໍ້າປະປາ, ນໍ້າລິນ, ໄຟຟ້າ ໃຫ້ພຽງພໍ, ຂະຫຍາຍສັນຍານໂທລະ ສັບ, ການຂະຫຍາຍຈຸດທ່ອງທ່ຽວທາງຜ່ານ, ການກໍານົດເຂດຜະລິດ ລະຫວ່າງບ້ານຕໍ່ບ້ານ, ບັນຫາຊົນລະປະທານຫ້ວຍຊີ 2 ນໍ້າບໍ່ພຽງພໍ, ການລ້ຽງສັດແບບຊະຊາຍ, ບັນຫາການລະບາດຂອງຢາເສບຕິດ, ນໍ້າກະຖ່ອມ, ຢາສູບໄຟຟ້າ ທີ່ເບື່ອເມົາໃຫ້ກຸ່ມເດັກໄວໜຸ່ມ ແລະ ບັນຫາອື່ນໆ. ເຊິ່ງຄໍາສະເໜີຕ່າງໆ ແມ່ນໄດ້ຮັບການຊີ້ແຈງຈາກພະແນກການກ່ຽວຂ້ອງຂອງແຂວງ, ມີບາງຄໍາສະເໜີ ແມ່ນຈະໄດ້ນໍາໄປຄົ້ນຄວ້າ ແລະ ຊອກຫາວິທີແກ້ໄຂ.

ໃນໂອກາດຕອນທ້າຍ ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງບ້ານທ່າແປ້ນ ແລະ ພໍ່ແມ່ປະຊາຊົນ ທີ່ໄດ້ພ້ອມໃຈກັນພັດທະນາເສດຖະກິດຄອບຄົວ, ເຮັດໃຫ້ບ້ານໄດ້ຮັບການພັດທະນາ ແລະ ປະຊາຊົນມີຊີວິດການເປັນຢູ່ດີຂື້ນ ທ່ານໄດ້ຮຽນຮ້ອງໃຫ້ ອໍານາດການປົກຄອງບ້ານ 19 ບ້ານທີ່ເຂົ້າຮ່ວມ ຈົ່ງເສີມຂະຫຍາຍມູນເຊື້ອການນໍາພາຂອງຄະນະພັກ, ອໍານາດການປົກ ຄອງທຸກຂັ້ນ ແນໃສ່ເຮັດໃຫ້ບ້ານມີຄວາມສະຫງົບ ແລະ ມີການພັດທະນາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນກວ່າເກົ່າ; ສືບຕໍ່ນໍາພາປະຊາຊົນທໍາການຜະລິດຕາມເງື່ອນໄຂທ່າແຮງ ຂອງທ້ອງຖິ່ນ; ຊອກວິທີທາງໃນການຊ່ວຍເຫຼືອຄອບຄົວທຸກຍາກພາຍໃນບ້ານ, ພັດທະນາໃນການສ້າງເປັນບ່ອນແວ່ພັກ, ແວ່ຊົມ, ແວ່ຊື້ ແລະ ແວ່ຊີມອາ ຫານ ດ້ວຍການສ້າງຕະຫຼາດ ຫຼື ຈຸດຂາຍເຄື່ອງຫັດຖະກໍາ, ຂາຍອາຫານ ແລະ ຂາຍຜະລິດຕະພັນອື່ນໆ ຂອງທ້ອງ ຖິ່ນດ້ວຍຫຼາຍສີສັນ ຢູ່ຕາມແລວທາງໄປແຫຼ່ງທ່ອງທ່ຽວຕາດກວາງຊີ, ແຫຼ່ງທ່ອງທ່ຽວຕ້ອງຮັກສາໄດ້ຄວາມສະອາດ, ຮັກສາສະພາບແວດລ້ອມ; ການລ້ຽງສັດຄວນມີມາດຕະການໃນການຄຸ້ມຄອງສັດລ້ຽງ ແລະ ເປັນເຈົ້າການໃນການປົກປັກຮັກສາເສັ້ນທາງ.

ຂ່າວ: ຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa