ເລຂາທິການໃຫ່ຍ ປະທານປະເທດ ພ້ອມດ້ວຍ ຄະນະການນໍາແຂວງ ຫຼວງພະບາງ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານສຸພານຸວົງ

ເລຂາທິການໃຫ່ຍ ປະທານປະເທດ ພ້ອມດ້ວຍ ຄະນະການນໍາແຂວງ ຫຼວງພະບາງ

ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານສຸພານຸວົງ

ຕອນເຊົ້າວັນທີ 13 ກໍລະກົດ 2026, ການນຳຂັ້ນສູນກາງ ນຳພາໂດຍ  ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປລາວ ແລະ ການນຳຂອງແຂວງຫຼວງພະບາງ, ມີ ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວຫຼວງພະບາງ ແລະ ການນໍາ ແຂວງຫລວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານສຸພານຸວົງ ເນື່ອງໃນໂອກາດວັນເກີດ ຄົບຮອບ 117 ປີ (13/7/1909-13/7/2026. ເພື່ອສະແດງຄວາມລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ຂອງປະທານສຸພານຸວົງ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ, ເພື່ອການປະຕິວັດທີ່ຍືນຍົງຄົງຕົວຕະຫຼອດມາ.

ປະທານ ສຸພານຸວົງ ແມ່ນຫນຶ່ງໃນບັນດາ ຜູ້ນໍາຂອງພັກ-ລັດເຮົາ ທີ່ໄດ້ສ້າງຜົນງານອັນລໍ້າຄ່າ, ມີຄຸນງາມຄວາມດີຢ່າງຫຼວງຫຼາຍ ປະກອບສ່ວນເຂົ້າໃນການນໍາພາລວມຂອງພັກ, ແນວລາວຮັກຊາດ ເພື່ອໄຊຊະນະຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາລະ ບອບໃໝ່ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ .

ປະທານ ສຸພານຸວົງ ແມ່ນການນໍາຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນໃນພາລະກິດປະຕິວັດປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ; ເປັນຜູ້ນຳທີ່ມີຄວາມຕື່ນຕົວເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດລວມ ຂອງປະເທດຊາດ ແລະ ປະຊາຊົນບັນດາຊົນເຜົ່າ; ທັງເປັນແກ່ນ ສານ ແລະ ໃຈກາງເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ, ສາສະໜາ ແລະ ເພດໄວ ເຂົ້າໃນແນວໂຮມປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ; ທັງໄດ້ອຸທິດສະຕິປັນຍາ, ຫົວຄິດປະດິດສ້າງ ແລະ ກໍາລັງວັງຊາ ຂອງຕົນ ເພື່ອພາລະກິດປະຕິວັດແຕ່ຕົ້ນຕະຫຼອດປາຍ. ເມື່ອຫວນຄືນຊີວິດຕອນເຍົາໄວ ຂອງປະທານ ສຸພານຸວົງ ຊຶ່ງເພິ່ນໄດ້ກໍາເນີດໃນຄອບຄົວທີ່ເປັນເຊື້ອເຈົ້າຣາຊະວົງ ເປັນໂອຣົດຂອງເຈົ້າມະຫາອຸປະຣາດ ບຸນຄົງ ແລະ ໝ່ອມ ຄໍາອ້ວນ ເກີດເມື່ອ ວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ, ມີເອື້ອຍ 2 ຄົນ ແລະ ມີອ້າຍຕ່າງມານດາ 2 ຄົນ, ເພິ່ນເປັນນັກຮຽນດີເດັ່ນ ຂອງໂຮງຮຽນ.

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa