ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງນໍ້າບາກ ເປີດກວ້າງຄັ້ງທີ 3 ສະໄໝທີ X

ວັນທີ 23-24 ກໍລະກົດ 2026 ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ຕູຊົ່ງ ປັດໃຈ ຄະນະປະຈຳພັກແຂວງ, ສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ, ເລຂາພັກເມືອງ; ມີຄະນະປະຈຳ, ຄະນະພັກ, ສານປະ ຊາຊົນເຂດ2, ອົງການໄອຍະການປະຊາຊົນເຂດ 2, ຫົວໜ້າ-ຮອງຫົວໜ້າ ປກຊ-ປກສ, ເລຂາ-ຮອງເລຂາຄະນະໜ່ວຍພັກສຳນັກງານ-ຮາກຖານ, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະ ທານ-ຮອງປະທານຕາແສງ, ອຳນວຍການ-ຮອງອຳນວຍການໂຮງຮຽນ-ໂຮງໝໍ ແລະ ລັດວິສາຫະກິດເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ເປັນກອງປະຊຸມກວດກາຕີລາຄາຄືນການນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານຂອງຄະນະພັກແຕ່ລະຂັ້ນຢ່າງຮອບດ້ານໃນ 6 ເດືອນຕົ້ນປີຜ່ານມາ ແລະ ກໍານົດທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີຕໍ່ໜ້າ ເພື່ອຍົກໃຫ້ເຫັນຜົນໄດ້ຮັບ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການນຳພາຂອງຄະນະບໍລິຫານງານພັກເມືອງ ແລະ ຄະ ນະພັກຂັ້ນຕ່າງໆ, ໃນກອງປະຊຸມ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ ໂດຍໃຫ້ຮູ້ວ່າ: ສະ ພາບເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 5,41% ລວມຍອດຜະລິດຕະພັນພາຍໃນບັນລຸ 1 ພັນ 690 ຕື້ກວ່າກີບ, ທຽບໃສ່ປີ ປະຕິບັດໄດ້ 74,06% ຍາດແຍ່ງທຶນຈາກພາກສ່ວນຕ່າງໆ ເຂົ້າມາພັດທະນາເສດຖະກິດຂອງເມືອງ 1 ໂຄງການ, ມູນຄ່າ 4,972 ຕື້ກວ່າກີບ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ປະເມີນຄອບຄົວພົ້ນທຸກໄດ້ 792 ຄອບຄົວ, ບ້ານພົ້ນທຸກໄດ້ 2 ບ້ານ, ສຳຫຼວດວັດແທກ ແລະ ອອກໃບຕາດິນໄດ້ 1,483 ຕອນ, ຂຶ້ນທະ ບຽນວິສາຫະກິດໄດ້ 49 ຫົວໜ່ວຍ, ລວມຍອດຜະລິດຕະພັນອຸດສາຫະ ກຳ-ຫັດຖະກຳບັນລຸໄດ້ 271 ຕື້ກວ່າກີບ. ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຕິດພັນກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ, ການເງິນ-ງົບປະມານ, ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານສາມສ້າງໃນໄລຍະໃໝ່ ແລະ ວຽກງານຈຸດສຸມ, ລາຍງານການຈັດຕັ້ງຜັນຂະຫຍາຍມະຕິ ຂອງສະພາແຫ່ງຊາດ ວ່າດ້ວຍການສ້າງຕັ້ງຕາແສງ. ໃນກອງປະຊຸມບັນດາສະຫາຍຍັງໄດ້ພ້ອມກັນປະກອບຄຳເຫັນຕໍ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ 6 ເດືອນທ້າຍປີ ແລະ ຊີ້ແຈ້ງບັນຫາຕ່າງໆກ່ຽວກັບຂົງເຂດວຽກງານຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ທຸກຂົງເຂດວຽກງານພາຍໃນເມືອງບັນລຸຕາມຄາດໝາຍ.

ຈາກນັ້ນ, ກອງປະຊຸມຍັງໄດ້ເຊືອມຊຶມ ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 62/ຄບສພ, ລົງວັນທີ 09 ກໍລະກົດ 2026 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່, ເຊື່ອມຊຶມ ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ວັນທີ 7 ພຶດສະພາ 2026 ແລະ ຄໍາສັ່ງຂອງທ່ານນາ ຍົກ ສະບັບເລກທີ 46/ນຍ ລົງວັນທີ 13 ເມສາ 2026.

ໃນຕ້ອນທ້າຍ ປະທານໄດ້ໂອ້ລົມຕໍ່ກອງປະຊຸມ, ສະຫາຍໄດ້ຍ້ອງຍໍຊົມເຊີຍຜົນສຳເລັດໃນຫຼາຍດ້ານທີ່ເມືອງສາ ມາດຍາດມາໄດ້, ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ກັບຕາແສງ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນ ບັນຫາຢາເສບຕິດ, ສະແກມເໝີ, ສື່ສັງຄົມອອນລາຍທີ່ບິດເບື່ອນການນຳພາຂອງພັກ, ສົ່ງເສີມການປູກພືດເປັນສິນຄ້າເພື່ອສົ່ງອອກ ແລະສ້າງລາຍຮັບທີ່ໝັ້ນຄົງ.

ພາບ-ຂ່າວ: ຄະນະໂຄສະນາອົບຮົມເມືອງນໍ້າບາກ
ກວດແກ້: ຄະນະໂຄສະນາອົບຮົມແຂວງ