ທ່ານ ຄຳພັນ ເຜີຍຍະວົງ ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ທ່ານ ຄຳພັນ ເຜີຍຍະວົງ ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ໃນວັນທີ 24 ສິງຫາ 2026, ທ່ານ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ ທີ່ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງຫຼວງພະບາງ.ໂດຍໃຫ້ກຽດຕ້ອນຮັບ ຂອງ ທ່ານ ທອງຈັນ ລັດຕະນະປະດິດ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ພະນັກງານທົ່ວຄະນະໂຄສະນາອົບຮົມແຂວງຫຼວງພະບາງ.

ທ່ານ ທອງຈັນ ລັດຕະນະປະດິດ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງ-ປະຕິບັດວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມແຂວງ ໃນໄລຍະຜ່ານມາ. ພະນັກງານລັດຖະກອນ ທັງໝົດ 60 ທ່ານ ຍິງ 17 ທ່ານ ໃນນັ້ນ ອາສາສະມັກ 2 ທ່ານ. ໃນໄລຍະຜ່ານມາ ຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ,ສິດ ແລະໜ້າທີ ເປັນຕົ້ນແມ່ນໄດ້ນໍາເອົາແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຜີຍແຜ່ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ພ້ອມທັງລາຍງານເຖິງບັນດາຜົນສຳເລັດ, ຂໍ້ຈຳກັດ ແລະ ບັນຫາທີ່ຍັງຄົງຄ້າງ ລວມເຖິງທິດທາງວຽກງານໃນໄລຍະຕໍ່ໜ້າ. ນອນນັ້ນ ຍັງໄດ້ມີຂໍສະເໜີຕໍ່ກັບຄະນະໂຄສະນາອົບຮົມສູນກາງພັກ ຊ່ວຍກໍ່ສ້າງພະນັກງານ, ອຸກອນຮັບໃຊ້ວຽກງານສື່ມວນຊົນ ແລະງົບປະມານ ເພື່ອພັກດັນໃຫ້ວຽກງານຄະນະໂຄສະນາອົບຮົມມີຄວາມເຂັ້ມແຂງ.

ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ມີຄໍາເຫັນ ໂອ້ລົມແລກປ່ຽນກັບຄະນະນຳ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດວຽກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ ທີ່ຍາດມາໄດ້ຫລາຍດ້ານທີ່ພົ້ນເດັ່ນ ແລະມີຄໍາເຫັນ ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກງານໂຄສະນາ-ອົບຮົມ, ກຳແໜ້ນສະພາບການ, ຕິດຕາມບັນຫາທີ່ສັງຄົມສົນໃຈ ແລະ ເສີມສ້າງປະສິດທິຜົນວຽກງານໂຄສະນາ-ເຜີຍແຜ່ໃຫ້ສອດຄ່ອງກັບສະພາບການ.

ການປັບປຸງກົງຈັກພາຍຫຼັງໄດ້ໂຮມວຽກງານສື່ມວນຊົນເຂົ້າຄະນະໂຄສະນາອົບຮົມ, ຊັບຊ້ອນບຸກຄະລາກອນໃຫ້ເໜາະສົມກັບວຽກງານ, ໜູນໃຊ້ພະນັກງານຜູ້ໜຶ່ງເຮັດວຽກໃຫ້ໄດ້ຫຼາຍວຽກ, ສືບຕໍ່ປັບປຸງຮັກສາ ສະຖານີ ວິທະຍຸໂທລະພາບໃຫ້ໃຊ້ງານໄດ້ປົກກະຕິ, ຍົກສູງພາລະບົດບາດກອງປະຊຸມໃຫຍ່ຄັ້ງທີ I ສື່ມວນຊົນທົ່ວປະເທດ ແລະ ໄດ້ຊຸກຍູ້ໃຫ້ພະນັກງານໃນຂະແໜງໂຄສະນາ-ອົບຮົມ ເອົາໃຈໃສ່ພັດທະນາຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາສະເພາະ, ປັບປຸງວິທີການເຮັດວຽກໃຫ້ວ່ອງໄວ, ຖືກຕ້ອງ, ທັນເຫດການ ແລະ ສາມາດຕອບສະໜອງຕໍ່ວຽກງານໃນຍຸກດິຈິຕອນ. ການຢ້ຽມຢາມ ແລະ ໂອ້ລົມຄັ້ງນີ້ ເປັນການກຳແໜ້ນສະພາບການຂອງວຽກງານຢູ່ພື້ນຖານ, ຮັບຟັງບັນຫາ ແລະ ຂໍ້ສະເໜີຈາກຄະນະໂຄສະນາອົບຮົມແຂວງ ພ້ອມທັງເປັນການຊີ້ນຳແນວທາງໃນການສືບຕໍ່ພັດທະນາວຽກງານໂຄສະນາ-ອົບຮົມ ໃຫ້ມີຄຸນນະພາບ ຮອບດ້ານ ແລະ ທັນຕໍ່ສະພາບການ.

ໃນໂອກາດການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງຄັ້ງນີ້, ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ, ໄດ້ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງ ພ້ອມທັງໄດ້ລົງຢຽມຢາມເບິ່ງການຈັດຕັ້ງປະຕິບັດຕົວຈິງ ຢູ່ສະຖານີເຄື່ອງສົ່ງ ວິທະຍຸແຂວງ ຕັ້ງຢູ່ ບ້ານ ສັງຄະໂລກ ແລະ ສະຖານີ ເຄື່ອງສົ່ງ ໂທລະພາບແຫ່ງຊາດ ຕັ້ງຢູ່ບ້ານ ຜານົມ ນະຄອນ-ຫຼວງພະບາງ ຕື່ມອີກ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa