ທ່ານ ຮອງປະທານສະພາປະຊາຊົນແຂວງ
ລົງຊຸກຍູ້ວຽກງານຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ຢູ່ເມືອງວຽງຄໍາ

ໃນວັນທີ 11 ພະຈິກ 2026 ຜ່ານມາ: ທ່ານ ສໍານານ ສົນທະນີ ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມກວດກາວຽກງານ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ ໃຫ້ກຽດເຂົ້າຮ່ວມມີທ່ານເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ, ທ່ານປະທານຄະນະກໍາມະການປົກຄອງເມືອງ, ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ສະມາຊະສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກອງບັນຊາການ ປກສ-ປກຊ ພາຍໃນເມືອງເຂົ້າຮ່ວມ.

ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄໍາ ໄດ້ລາຍງານສະພາບລວມ ການເຄື່ອນໄຫວວຽກງານໂດຍຫຍໍ້, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄໍາ ປະກອບມີ 02 ໜ່ວຍງານຊ່ວຍວຽກຄື: ໜ່ວຍງານຄົ້ນຄວ້າ-ສັງລວມ ແລະ ໜ່ວຍງານບໍລິຫານ-ການເງີນ; ມີບຸກຄະລາກອນ ທັງໝົດ 02 ທ່ານ, ຍິງ 01 ທ່ານ; ພ້ອມດຽວກັນ ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸງຍາກ ພ້ອມດ້ວຍການສະເໜີຂໍໂກ່ຕ່າລັດຖະກອນ ໃໝ່ 1 ຕົວເລກ, ເພື່ອຈະມາບັນຈຸເຂົ້າໃນວຽກງານຫ້ອງການສະມາຊິກສະພາແຂວງ ປະຈໍາເມືອງ.

ໃນຕອນທ້າຍ ທ່ານ ສໍານານ ສົນທະນີ ປະທານກອງປະຊຸມກໍ່ໄດ້ ເນັ້ນໜັກບາງບັນຫາທີ່ຄວນເອົາໃຈໃສ່ ເປັນຕົ້ນການຍົກສູງຂອດການພົວພັນປະສານງານ, ການສະໜອງຂໍ້ມູນ ລະຫວ່າງ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ແລະ ບັນດາຫ້ອງການຂອງເມືອງ ເພື່ອເປັນການຍົກສູງພາລະບົດບາດ ຂອງສະພາປະຊາຊົນແຂວງ ກໍ່ຄືຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ໃຫ້ທົ່ວສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.
ຈາກນັ້ນ, ທ່ານໄດ້ນຳພາຄະນະທີມງານຈາກສະພາປະຊາຊົນແຂວງ ລົງຢ້ຽມຢາມ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄໍາຕື່ມອີກ.
ຂ່າວ ແລະ ພາບ: ຄໍາຫຼ້າ ພອນພິລາ
ກວດແກ້: ຄະນະໂຄສະນາອົບຮົມແຂວງ