ກອງປະຊຸມພົບປະແລກປ່ຽນບົດຮຽນສອງຝ່າຍ ລາວ-ຫວຽດນາມ

ວັນທີ 22 ຕຸລາ 2026 ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ສອງຝາຍ ລະຫວ່າງ ຄະນະນໍາເມືອງໂພນທອງ ແລະ ຄະນະຜູ້ແທນຕາແສງເມືອງແລວ ແຂວງເຊີນລາ ສສ ຫວຽດນາມ ເປັນກຽດຕ້ອນຮັບຜູ້ແທນຝ່າຍຫວຽດນາມ ໂດຍ ທ່ານ ປອ ບຸນຈັນ ປານຟອງເພັດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງໂພນທອງ ແລະ ຝ່າຍຫວຽດ ນາມ ນໍາໂດຍ ທ່ານ ຫວຽນ ວັນ ແມັງ ເລຂາພັກ ປະທານສະພາປະຊາຊົນ ຕາແສງເມືອງແລວ ແຂວງເຊີນລາ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມພົບປະຄັ້ງນີ້, ທັງສອງຝ່າຍໄດ້ຮ່ວມກັນຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວເຂົ້າສູ່ລົງເລິກຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນ, ກໍໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາສັນຍາ ແລະ ແຜນການຮ່ວມມືໃນໄລຍະຜ່ານມາ ເຊິ່ງເຫັນວ່າໄດ້ຮັບໝາກຜົນເປັນຮູບປະທຳໃນຫຼາຍຂົງເຂດ ເປັນຕົ້ນແມ່ນ ດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ວັດທະນະທຳ-ສັງຄົມ, ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະພາບ ທີ່ຈະສືບຕໍ່ຊຸກຍູ້ການ ແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຢ່າງເປັນປົກກະຕິ; ເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງຊອກຫາຊ່ອງທາງ ແລະ ມາດຕະການໃໝ່ໆ ເພື່ອແກ້ໄຂຂໍ້ຄົງຄ້າງ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ມີທ່າຂະຫຍາຍຕົວຂຶ້ນເລື້ອຍໆ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ໂອກາດນີ້ ຄະນະຜູ້ແທນທັງສອງຝ່າຍ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ໝາກຜົນຂອງກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບ ອັນເປັນມູນມໍລະດົກຕົກທອດ ລະຫວ່າງ ລາວ-ຫວຽດນາມ ໃຫ້ຍືນຍົງຄົງຕົວຕະຫຼອດໄປ ຕອນທ້າຍທັງສອງຝາຍຫຍັງໄດ້ແລກປ່ຽນຂອງຂວັນທີ່ລະນຶກເຊີ່ງກັນ ແລະກັນຕື່ມອີກ.

ພາບ-ຂ່າວ: ນາງ ໄຫວ ວິໄລສັກ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ