ກົມກວດກາ ຄະນະໂຄສະນາສູນກາງພັກ
ເຄື່ອນໄຫວເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ໃນວັນທີ 9 ພະຈິກ 2026 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຕ້ອນຮັບ ທ່ານ ສະຫວ່າງ ດາລາແສນ ກຳມະການພັກ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາ ຄະນະໂຄສະນາສູນກາງພັກ ພ້ອມຄະນະ ໄດ້ເຄື່ອນໄຫວມາພົບປະ ແລະ ເຮັດວຽກຮ່ວມກັບຄະນະນຳ, ພະນັກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ. ເຂົ້າຮ່ວມໃນພິທີ ມີທ່ານ ທອງຈັນ ລັດຕະນະປະດິດ ກໍາມະການພັກກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ, ມີຄະນະນໍາ; ມີຫົວໜ້າຂະແໜງ-ຮອງຂະແໜງ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້່າຮ່ວມ.

ການພົບປະຄັ້ງນີ້ ທ່ານ ບຸນໄຫຼ ດວງເດືອນ ຮອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລາຍງານ ສະພາບການຈັດຕັ້ງ, ການດຳເນີນວຽກງານກວດກາພັກ, ການນຳພາຊີ້ນຳວຽກງານຕາມຂອບເຂດ ພາລະບົດບາດ ໃນໄລຍະຜ່ານມາ; ພ້ອມດຽວກັນນັ້ນກໍ່ສະເໜີ ຂໍ້ຫຍຸ້ງຍາກຕ່າງໆ ຂອງຄະນະໂຄສະນາອົບຮົມແຂວງ. ພາຍຫຼັງຮັບຟັງ ການລາຍງານແລ້ວ ມີບັນດາທ່ານຄະນະນໍາ, ຫົວໜ້າຂະແໜງ ໄດ້ປະກອບຄຳຄິດເຫັນແລກປ່ຽນ ໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈີງຢູ່ພາຍໃນຄວາມຮັບຜິດຊອບຂອງຕົນຢ່າງກົງໄປກົງມາດ້ວຍ ເນື້ອໃນເລີກເຊີ່ງ.

ຕອນທ້າຍ ທ່ານ ສະຫວ່າງ ດາລາແສນ ໄດ້ເນັ້ນໃຫ້ຄະນະນຳ ແລະ ພະນັກງານທີ່ກ່ຽວຂ້ອງ ເອົາໃຈໃສ່ ຍົກສູງຄຸນນະພາບວຽກງານກວດກາ, ປະຕິບັດຫຼັກການ ແລະ ລະບຽບວິໄນຂອງພັກຢ່າງເຄັ່ງຄັດ, ພ້ອມທັງ ເສີມສ້າງຄວາມສາມັກຄີພາຍໃນ, ປັບປຸງວິທີການເຮັດວຽກ ແລະ ແກ້ໄຂຂໍ້ຄົງຄ້າງໃຫ້ທັນເວລາ. ການເຄື່ອນໄຫວ ມາເຮັດວຽກຄັ້ງນີ້ ເປັນການເສີມສ້າງການປະສານງານ, ແລກປ່ຽນບົດຮຽນ ແລະ ຊອກຫາວິທີແກ້ໄຂບັນຫາຮ່ວມກັນ ເພື່ອໃຫ້ການດຳເນີນວຽກງານຂອງຄະນະໂຄສະນາອົບຮົມແຂວງ ບັນລຸຕາມເປົ້າໝາຍທີ່ວາງໄວ້.

ຂ່າວ-ພາບ: ຄະນະໂຄສະນາອົບຮົມແຂວງ