ພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ, ວັນສາກົນຜູ້ສູງອາຍຸ

ໃນຕອນເຊົ້າວັນທີ 29 ຕຸລາ 2026 ນີ້, ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ, ວັນສາກົນຜູ້ສູງອາຍຸ ແລະ ພ້ອມທັງ ປະກາດ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ ຈຳນວນ 11 ບ້ານ ຂື້ນຢ່າງເປັນທາງການ.
ໂດຍໃຫ້ກຽດເປັນຄະນະປະທານຂອງ ທ່ານ ສົມບຸນ ພົມມະປັນຍາ ຮອງຫົວຫນ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ທ່ານ ຄຳສິງ ສຸດທິດາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະ ການປົກຄອງເມືອງ ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງ ການ, ປະ ທານຕາແສງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຄະນະທິມງານຂອງແຂວງ, ນາຍທະຫານ, ນາຍຕຳຫຼວດ, ພະນັກງານບຳນານ-ເສຍອົງຄະ, ເຖົ້າແກ່ອາວຸດໂສ-ຜູ້ສູງອາຍຸ, ພະນັກງານຫຼັກແຫຼ່ງຂອງເມືອງ, ບັນດາທ່ານນາຍບ້ານ ແລະ ຮອງນາຍບ້ານພາຍ 13 ບ້ານ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ

ໃນພິທີ ທ່ານ ນາງ ບົວໄລ ແພງສະຫວັນ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງ ເມືອງ ກໍ່ໄດ້ໃຫ້ກຽດຂື້ນເລົ່າມູນເຊື້ອວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ສູງອາຍຸ, ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ວັນຄົນພິການແຫ່ງຊາດ (ເຊິ່ງກຳນົດເອົາວັນທີ 3 ທັນວາ ຂອງທຸກໆປີ) ແລະ ວັນສາກົນຜູ້ສູງອາຍຸ (ກໍານົດເອົາວັນທີ 1 ຕຸລາ ຂອງທຸກໆປີ) ແມ່ນມີຄວາມໝາຍ ແລະ ຄວາມສຳຄັນທີ່ສຸດ. ມັນສະແດງເຖິງຄວາມເອົາໃຈໃສ່, ທັງແມ່ນ ນະໂຍບາຍອັນເໝາະສົມຂອງພັກ ແລະ ລັດຖະບານ ເພື່ອເນັ້ນການຍົກສູງຄຸນນະພາບຊີວິດ, ການປົກປ້ອງສິດທິ ແລະ ການສົ່ງເສີມບົດບາດຂອງຜູ້ສູງອາຍຸ ແລະ ຜູ້ພິການໃຫ້ມີສ່ວນຮ່ວມໃນສັງຄົມຢ່າງສະເໝີພາບ.

ໃນພິທີ ຍັງໃຫ້ຮູ້ອີກຕື້ມວ່າ: ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ ຈຳນວນ 11 ບ້ານຄື: ບ້ານດອນຄູນ; ບ້ານບວມຫວານ; ບ້ານວັງໄບ; ບ້ານຫາດຍາວ; ບ້ານແສ້; ບ້ານໂພນຄຳ; ບ້ານພູສາລີ; ບ້ານປຸ່ງເກົ້າ; ບ້ານປາດຊ້າງ; ບ້ານມົກຄະ ແລະ ບ້ານມົກຈະຫຼິ. ຈຳນວນບ້ານດັ່ງກ່າວ ແມ່ນປະກອບມີ 1,017 ຄອບຄົວ, ບັນລຸໄດ້ 995 ຄອບຄົວ ແລະ ຍັງບໍ່ບັນລຸ 22 ຄອບຄົວ.

ໂອກາດດຽວກັນນັ້ນ ປະທານພິທີ ກໍ່ໄດ້ຜັດປ່ຽນກັນມີຄຳເຫັນເນັ້ນໜັກໃຫ້ຮູ້ອີກຕື່ມວ່າ: ການສ້າງບ້ານພັດທະ ນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ເປັນວຽກງານໜຶ່ງທີ່ມີຄວາມໝາຍ ແລະ ຄວາມສໍາຄັນເປັນຢ່າງຍິ່ງເພາະ ວ່າການສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ເປັນຂະບວນການແຂ່ງຂັນຈັດຕັ້ງ ແລະ ເຄື່ອນໄຫວເພື່ອສົ່ງເສີມມູນເຊື້ອໃນການອອກແຮງງານໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ກາຍເປັນສ່ວນໜຶ່ງ ຂອງລະບົບການປົກປ້ອງສັງຄົມ, ເປັນການປະກອບສ່ວນອັນສໍາຄັນໃນການປະຕິບັດມາດຖານການພັດທະນາ ຂອງ ລັດຖະບານ ທັງເປັນການສົ່ງເສີມສະຕິການອອກແຮງງານຂອງປະຊາຊົນໃຫ້ມີຄວາມຮູ້ຄວາມສາມາດ, ມີສີມື, ມີລະ ບຽບວິໄນ, ເປັນເຈົ້າການໃນການຄຸ້ມຄອງແຮງງານທັງພາຍໃນ ແລະ ຕ່າງປະເທດ ພ້ອມດຽວກັນນັ້ນກໍ່ໄດ້ມອບໃບຢັ້ງຢືນ ບ້ານພັດທະນາດ້ານສີມືແຮງງານ ແລະ ສະຫວັດດີການ-ສັງຄົມ ໃຫ້ກັບ 11 ບ້ານ ເພື່ອໄວ້ເປັນຫຼັກຖານ.
ໃນຕອນທ້າຍ ຍັງໄດ້ເຂົ້າຮ່ວມພິທີ ເປີດປ້າຍບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ຕື່ມອີກ.

ພາບ–ຂ່າວ:ທ. ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ