ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ແຂວງຫຼວງພະບາງ

ພິທີປາຖະກະຖາ

ຕອນບາຍຂອງວັນທີ 17 ມັງກອນ 2024 ນີ້ຢູ່ທີ່ຫ້ອງປະຊຸມວິທະຍາໄລຄູຫລວງພະບາງ ໄດ້ຈັດພິທີປາຖະ ກະ ຖາວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນທີ 20 ມັງກອນ ຄົບຮອບ 75 ປີ, ໃຫ້ກຽດເປັນປະທານໃນຄັ້ງນີ້ໂດຍແມ່ນ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊີກສະພາແຫ່ງຊາດ ຊຸດທີ IX, ຫົວຫນ້າຄະນະໂຄ ສະນາອົບຮົມແຂວງຫລວງພະບາງ, ໂດຍມີ ທ່ານ ພັທ ສົມໃຈ ສີສະຫວັດ, ຄະນະພັກ ກອງບັນຊາການ, ຮອງຫົວໜ້າການເມືອງ ທະຫານແຂວງ ພ້ອມດ້ວຍຄະນະ ແລະ ທ່ານ ຫຸມພັນ ຄຸນສະຫວັດ ຜູ້ອຳນວຍການວິທະຍາໄລຄູ ຫຼວງພະບາງ ພ້ອມດ້ວຍຄະນະອຳນວຍການ, ຄຸ-ອາຈານ, ສະມາຊີກພັກ-ພະນັກງານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຮັບຟັງທັງຫມົດ 142 ທ່ານ, ຍິງ 98 ທ່ານ ແລະ ນັກສຶກສາ 54 ນ້ອງ, ຍິງ 41 ນ້ອງ.

ພິທີໃນຄັ້ງນີ້, ເພື່ອເປັນການທົບທວນຫວນຄືນມູນເຊື້ອ ພາລະກິດຕໍ່ສູ້ກູ້ຊາດ ຂອງທອງທັບປະຊາຊົນລາວ ໃນເມື່ອກ່ອນ ພ້ອມທັງຮັບຊົມການສາຍຮູບເງົາສາລະຄະດີກ່ຽວກັບມູນເຊື້ອ, ຜົນງານດ້ານຕ່າງໆ ຂອງກອງທັບ, ເປັນຕົ້ນແມ່ນການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປົດປ່ອຍໃນເມື່ອກ່ອນ ຫລື ກອງທັບປະຊາຊົນລາວ ໃນປັດຈຸ ບັນ, ກອງທັບເຮົາໄດ້ຮັບການສ້າງຕັ້ງຄັ້ງທຳອິດແມ່ນຢູ່ເຂດທີ່ໝັ້ນ ຕາແສງລາວຮຸ່ງພຽງສາ ແຂວງຫົວພັນ ໂດຍມີ ປະ ທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາການໂດຍກົງ, ພາຍຫຼັງໄດ້ຮັບການສ້າງຕັ້ງຂື້ນ ກອງທັບ ເຮັາ ກໍ່ໄດ້ປະເຊີນໜ້າກັບສັດຕູທີ່ເໜືອກວ່າທາງດ້ານກຳລັງພົນ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ແຕ່ດ້ວຍນ້ຳໃຈຮັກຊາດອັນສູງສົ່ງ ແລະ ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈຳນົນຂອງບັນພະບູລຸດ, ກອງທັບເຮົາໄດ້ຕໍ່ສູ້ຍາດເອົາໄຊຊະນະເປັນກ້າວໆມາ ແລະ ຕະຫລອດໄລຍະ 75 ປີ ພັກປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ນຳພາ ແລະ ສືກສາອົບຮົມກໍ່ສ້າງກອງທັບໃຫ້ເປັນກອງທັບທີ່ອົງອາດກ້າແກ່ນຈົນເຖິງທຸກມື້ນີ້, ຈົນໄດ້ສ້າງວິລະກຳອັນລໍ້າເລີດຈາລຶກໄວ້ໃນ ໜ້າປະຫວັດສາດ ຂອງກອງທັບລາວ, ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວ.

ຂຽນໂດຍ: ທ ບຸນທະວີ ສົມມະນີ.

ບັນນາທິການໂດຍ: ທ ຄໍາຫຼ້າ ໄຊຍະວົງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa