ກອງປະຊຸມຄົ້ນຄວ້າປືກສາຫາລືການທ່ອງທ່ຽວແບບພັກແຮມນຳປະຊາຊົນ
ບ້ານ ຈ່ານເໝືອ ເມືອງຈອມເພັດ ແຂວງຫຼວງພະບາງ

ໃນຕອນບ່າຍ ຂອງວັນທີ 24 ກັນຍາ 2026 ຜ່ານມານີ້, ຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວ ເມືອງຈອມເພັດ, ໄດ້ຈັດກອງປະຊຸມຄົ້ນຄວ້າປືກສາຫາລືການທ່ອງທ່ຽວພັກແຮມນໍາພໍ່ແມ່ປະຊາຊົນ, ບ້ານຈ່ານເໜືເມືອງຈອມເພັດ ໂດຍການເປັນປະທານ ຂອງທ່ານ ນາງ ພອນສະໄຫວ ວັນວິໄລ ຫົວໝ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ. ເມືອງຈອມເພັດ, ມີ ທ່ານ ນຸ້ຍ ວົງມະນີຈັນ ຫົວໝ້າຂະແໝງພັດທະນາການທ່ອງທ່ຽວ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ, ມີບັນດາຜູ້ຕ່າງໝ້າຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ພ້ອມດ້ວຍອົງການປົກຄອງບ້ານ, ຕະຫຼອດຮອດປະຊາຊົນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ບຸນມີ ເພັດສະນຸຮັກ ຮອງຫົວໝ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ, ໄດ້ນຳສະເໝີ ຮູບແບບການຈັດຕັ້ງ ແລະ ວີທີການທ່ອງທ່ຽວພັກແຮມນຳປະຊາຊົນ, ເຊິ່ງມີບັນດາກິດຈະກຳຕ່າງໆ ປະກອບມີ ປັ້ນໝໍ້ລໍ່ໄຫ, ນອນເຮືອນນຳປະຊາຊົນ, ການແຕ່ງກິນ, ພິທີບາສີ, ການສະແດງສີລະປະວັນນະຄະດີ ແລະ ທ່ຽວຊົມສວນຜັກປອດສານຜິດ, ໃນການຈັດຕັ້ງປະຕິບັດປະກອບມີ 2 ມື້ 1 ຄືນ, ໃນນັ້ນມີເຮືອນປະຊາຊົນທີ່ພ້ອມຈະບໍລິການມີ 3 ຫຼັງ, ພ້ອມນີ້ພາກສ່ວນທີ່ກ່ຽວຂ້ອງໄດ້ມີການປະກອບຄຳຄິດ, ຄຳເຫັນ ແລະ ພ້ອມກັນເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວພັກແຮມນຳພໍ່ແມ່ປະຊາຊົນໃຫ້ປະສົບຜົນສໍາເລັດ.
ໃນຕອນທ້າຍພິທີ ທ່ານ ນາງ ພອນສະໄຫວ ວັນວິໄລ ຫົວໝ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານໄດ້ຍ້ອງຍໍຊົມເຊີຍ ແລະ ຮຽກຮ້ອງມາຍັງຄະນະຮັບຜິດຊອບຂັ້ນເມືອງ, ບ້ານ ແລະ ຄອບຄົວທີ່ໄດ້ ນຳເອົານັກທ່ອງທ່ຽວເຂົ້າມາພັກແຮມ ໃຫ້ເອົາໃຈໃສ່ຕາມຮູບແບບທີ່ໄດ້ກຳນົດໄວ້.

ຂ່າວ-ພາບ : ຕາດຳ ກະເສີມສຸກ, ຄະນະໂຄສະນາອົບຮົມເມືອງ ຈອມເພັດ
ກວດແກ້: ຄະນະໂຄສະນາອົບຮົມແຂວງ