ປະກາດສ້າງຕັ້ງໜ່ວຍພັກ ສໍານັກງານຄະນະກໍາມະການປົກຄອງຕາແສງນາຍາງ

ປະກາດສ້າງຕັ້ງໜ່ວຍພັກ ສໍານັກງານຄະນະກໍາມະການປົກຄອງຕາແສງນາຍາງ

ວັນທີ 03 ກັນຍາ 2026  ພາຍໃຕ້ການເປັນປະທານ ຂອງສະຫາຍ ສົມຫວັງ ພອນຄໍາວົງສາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນໍ້າບາກ, ສະຫາຍ ດາລາເພັດ ຂັນທະບູນ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານພັກຮາກຖານຕາແສງນາຍາງ ປະທານຄະນະກໍາມະການປົກຄອງຕາແສງນາຍາງ,  ມີຮອງເລຂາ ພ້ອມດ້ວຍຄະນະກໍາມະການພັກຮາກຖານເລຂາ-ຮອງເລຂາໜ່ວຍພັກ 21 ໜ່ວຍພັກພາຍໃນຕາແສງນາຍາງ, ແຂກຖືກເຊີນ ແລະ ພະນັກງານສະມາຊິກພັກສໍານັກງານຄະນະກໍາມະການປົກຄອງຕາແສງນາຍາງເຂົ້າຮ່ວມ.

ສະຫາຍ ດາລາເພັດ ຂັນທະບູນ ໄດ້ຂື້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານພາຍໃນຕາແສງນາຍາງໃນໄລຍະຜ່ານມາ, ຈາກນັ້ນ ສະຫາຍ ວາຢີ  ເລັງມົວ  ຕາງໜ້າຫ້ອງການຄະນະຈັດຕັ້ງເມືອງ ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການສ້າງຕັ້ງໜ່ວຍພັກ ສໍານັກງານຄະນະກໍາມະການປົກຄອງຕາແສງນາຍາງ ແລະ ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກສໍານັກງານຄະນະກໍາມະການປົກຄອງຕາແສງນານາຍາງ ເຊິ່ງປະກອບມີ: 1) ສະຫາຍ ດາລາເພັດ ຂັນທະບູນ ເປັນເລຂາໜ່ວຍພັກ; 2) ສະຫາຍ ພົງສະຫວັນ ຄຸດາພອນ ເປັນຮອງເລຂາໜ່ວຍພັກ; 3) ສະຫາຍ ສົມຈິດ ຂັນທະລີ ເປັນຄະນະໜ່ວຍພັກ; 4) ບົ່ງຕົວແຕ່ງຕັ້ງ ສະຫາຍ ພົງສະ ຫວັນ ຄຸດາພອນ ເປັນຜູ້ກວດກາໜ່ວຍພັກ.

ຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສົມຫວັງ ພອນຄໍາວົງສາ ເຊິ່ງສະຫາຍໄດ້ຍ້ອງຍໍຊົມ ເຊີຍຜົນສໍາເລັດທີ່ຄະນະພັກຮາກຖານ ແລະ ບັນດາສະຫາຍສະມາຊິກພັກສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກຫຼາຍໆດ້ານ ເປັນຕົ້ນແມ່ນ: ຄະນະພັກຮາກຖານຕາແສງ ຕ້ອງຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປະຕິບັດວຽກງານດ້ວຍການລວມສູນ, ນໍາພາເປັນໝູ່ຄະນະ ແລະ ແບ່ງວຽກງານໃຫ້ບຸກຄົນຢ່າງຈະແຈ້ງຊັດເຈນ, ຍົກສູງຄວາມເປັນແບບຢ່າງທີ່ດີ, ເຮັດວຽກຕິດແທດກັບຕົວຈິງ, ຍົກສູງສະຕິລະວັງຕົວ ແລະ ບໍລິການປະຊາຊົນດ້ວຍຄວາມຈິງໃຈ ແລະ ໂປ່ງໃສ ຊຸກຍູ້ປະຊາຊົນ ແກ້ໄຂຄວາມທຸກຍາກ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ສ້າງເງື່ອນໄຂໃຫ້ເສດຖະກິດຂອງປະຊາຊົນມີຄວາມຄ່ອງຕົວດ້ວຍການສົ່ງ ເສີມດ້ານການບໍລິການ, ການປູກຝັງ-ການລ້ຽງສັດ ແລະ ອື່ນໆ, ເອົາໃຈໃສ່ໃນການຫັນລົງຮາກຖານບ້ານໃຫ້ຫຼາຍ ເພື່ອເກັບກໍາໄດ້ບັນຫາ ແລະ ສະພາບຕ່າງໆ ພາຍໃນຕາແສງ ໃຫ້ເປັນອັນລະອຽດ ແລະ ຊັດເຈນ.

ຂ່າວ-ພາບ: ຈາກ ຕາແສງນາຍາງ ເມືອງນໍ້າບາກ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa