ຫົວໜ້າກົມຂໍ້ມູນ-ຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ
ລົງພົບປະກັບຄະນະໂຄສະນາອົບຮົມເມືອງໂພນໄຊ ແຂວງຫຼວງພະບາງ.

ວັນທີ 18 ກັນຍາ 2026 ນີ້, ທ່ານ ສົມປະສົງ ພົງປະເສີດ ຄະນະພັກ, ຫົວໜ້າກົມຂໍ້ມູນ-ຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍທີມງານຈາກສູນກາງ ແລະ ຂັ້ນແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ແລະ ພົບປະກັບຄະນະໂຄສະນາອົບຮົມເມືອງໂພນໄຊ ແຂວງຫຼວງພະບາງ.

ການລົງເຄື່ອນໄຫວຄັ້ງນີ້ ຈຸດປະສົງເພື່ອຕິດຕາມ, ຊຸກຍູ້ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຂອງຄະນະໂຄສະນາອົບຮົມເມືອງ ໂດຍສະເພາະວຽກງານໂຄສະນາເຜີຍແຜ່ຜ່ານສື່ເອເລັກໂຕຣນິກ ແລະ ສື່ຮູບແບບໃໝ່ ເຊິ່ງນັບມື້ນັບມີບົດບາດສຳຄັນຕໍ່ການເຜີຍແຜ່ຂໍ້ມູນ-ຂ່າວສານ ໃນສະພາບການໃໝ່.

ໃນໂອກາດດັ່ງກ່າວ, ຫົວໜ້າຄະນະໂຄສະນາອົບຮົມເມືອງໂພນໄຊ ໄດ້ລາຍງານສະພາບລວມກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສຸມໃສ່ວຽກງານບໍລິຫານ, ວຽກງານອົບຮົມ ແລະ ວຽກງານໂຄສະນາ. ພ້ອມທັງລາຍງານກ່ຽວກັບການເຄື່ອນໄຫວໂຄສະນາຜ່ານສື່ເອເລັກໂຕຣນິກ ແລະ ການເກັບກຳຂ່າວສານໃນໄລຍະຜ່ານມາ ໂດຍຫຍໍ້.

ພາຍຫຼັງການລາຍງານ, ຄະນະຈາກສູນກາງ ແລະ ຂັ້ນແຂວງ ໄດ້ຮ່ວມກັນເຜີຍແຜ່, ແນະນຳ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານຜ່ານສື່ຮູບແບບໃໝ່ ລວມທັງການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານໂຄສະນາ. ເນື້ອໃນການແລກປ່ຽນແມ່ນຍົກໃຫ້ເຫັນເຖິງແນວທາງ ແລະ ບົດຮຽນທີ່ສາມາດນຳໄປປະຍຸກໃຊ້ໃນວຽກງານຕົວຈິງ ເພື່ອປັບປຸງການຜະລິດ ແລະ ເຜີຍແຜ່ຂ່າວສານໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ໃນໂອກາດດັ່ງກ່າວ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມອບຄອມພິວເຕີຈຳນວນ 1 ຊຸດ ແລະ ເອກະສານການເມືອງຈຳນວນໜຶ່ງ ໃຫ້ແກ່ຄະນະໂຄສະນາອົບຮົມເມືອງໂພນໄຊ. ພ້ອມກັນນີ້, ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍໄດ້ມອບໄມບັນທຶກສຽງສຳລັບນັກຂ່າວລົງເຄື່ອນໄຫວພາກສະໜາມຈຳນວນ 1 ຊຸດ ແລະ ອຸປະກອນຮັບໃຊ້ຫ້ອງການຈຳນວນໜຶ່ງ ເພື່ອປະກອບສ່ວນອຳນວຍຄວາມສະດວກໃຫ້ແກ່ການດຳເນີນວຽກງານ.


ການລົງຊຸກຍູ້ ແລະ ແລກປ່ຽນບົດຮຽນຄັ້ງນີ້ ເປັນການປະກອບສ່ວນເສີມສ້າງຄວາມຮູ້, ປະສົບການ ແລະ ສະໜັບສະໜູນອຸປະກອນຮັບໃຊ້ວຽກງານ ໃຫ້ແກ່ຄະນະໂຄສະນາອົບຮົມເມືອງໂພນໄຊ ເພື່ອສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານໃຫ້ສອດຄ່ອງກັບສະພາບການໃໝ່.

ຂ່າວ: ຄະນະໂຄສະນາອົບຮົມແຂວງ