ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາ ປະຊາຊົນ ແຂວງຫຼວງພະບາງ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາ ປະຊາຊົນ ແຂວງຫຼວງພະບາງ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25 ກໍລະກົດ 2024 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ ໂດຍເປັນປະທານ ຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາ ປະຊາຊົນແຂວງ, ມີ ທ່ານ ຄຳຂັນ ຈັນທະວີສຸກເຈົ້າແຂວງ ຫຼວງພະບາງເຂົ້າຮ່ວມ.

ທ່ານ ວົງສະຫວັນ ເທບພະຈັນ ກ່າວໄຂກອງປະຊຸມ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາ ປະຊາຊົນແຂວງ ຊຸດທີ II, ຈະດໍາເນີນໄປເປັນເວລາ 02 ວັນ ເຊິ່ງຈະໄດ້ຮັບຟັງການລາຍງານ ແລະ ການ ພິຈາລະນາ, ຮັບຮອງເອົາ ບັນຫາສໍາຄັນພື້ນ ຖານຂອງ ແຂວງ ຈຳນວນໜຶ່ງ, ເປັນຕົ້ນ ບົດລາຍງານຫຍໍ້ ຂອງທ່ານ ເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ປະຈໍາ 06 ເດືອນຕົ້ນປີ ແລະວາງທິດທາງແຜນການ ປະຈຳ 06 ເດືອນ ທ້າຍປີ 2024; ພິຈາລະນາ ແລະ ຮັບຮອງ ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະ ກິດ-ສັງຄົມ ຂອງແຂວງ ປະຈໍາ 06 ເດືອນຕົ້ນປີ ແລະວາງທິດທາງແຜນການ ປະຈໍາ 06 ເດືອນ ທ້າຍປີ 2024; ຮັບຟັງການລາຍງານການຈັດຕັ້ງປະຕິບັດ ວຽກງານງົບປະມານ ຂອງແຂວງ ປະຈໍາ 06 ເດືອນຕົ້ນປີ ແລະວາງທິດທາງແຜນການ ປະຈໍາ 06 ເດືອນ ທ້າຍປີ 2024; ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງການຂຸດຄົ້ນແຮ່ທາດ ຢູ່ແຂວງຫຼວງພະບາງ ປະຈໍາ 06 ເດືອນຕົ້ນປີ ແລະວາງທິດທາງແຜນການ ປະຈໍາ 06 ເດືອນ ທ້າຍປີ 2024; ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງ ປະຈໍາ 06 ເດືອນຕົ້ນປີ ແລະວາງທິດທາງແຜນການ ປະຈຳ 06 ເດືອນ ທ້າຍປີ 2024; ຮັບຟັງການລາຍງານການຕິດຕາມກວດກາ ການດຳເນີນຄະດີ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນ ທ້າຍປີ 2024; ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ ຂອງສະພາປະຊາຊົນແຂວງ ປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາ 06 ເດືອນ ທ້າຍປີ 2024; ຈາກນັ້ນ ຈະໄດ້ຮັບຟັງການປະກອບຄໍາເຫັນ.ພ້ອມນີ້ ບັນດາສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ຈະໄດ້ປະກອບຄໍາເຫັນ ໃສ່ແຕ່ລະບົດລາຍງານ ແລະຈະໄດ້ມີການຊັກຖາມ ຕໍ່ບັນຫາພົ້ນເດັ່ນ ທີ່ເປັນຈຸດສົນໃຈຂອງຜູ້ແທນ ກໍຄືປະຊາຊົນບັນດາເຜົ່າ; ເພື່ອໃຫ້ຜູ້ຕາງໜ້າອົງ ການປົກຄອງແຂວງ ກໍຄືບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ຕອບຄໍາຊັກຖາມ ຊີ້ແຈງ ແລະອະທິບາຍໄປແຕ່ລະກໍລະນີ ຕາມພາລະບົດບາດ, ສິດ, ໜ້າທີ່ ແລະຄວາມຮັບຜິດຊອບການເມືອງ ບົນພື້ນຖານເຫດຜົນ ແລະ ຄວາມເປັນຈິງທີ່ຖືກຕ້ອງ ຕາມກົດໝາຍ.ໂອກາດນີ້ ທ່ານໄດ້ຮຽກຮ້ອງ ໃຫ້ສະມາຊິກສະ ພາ ແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ບັນດາເຜົ່າ, ທັງເປັນຜູ້ທີ່ຮັບຮູ້ຮັບຟັງ ແລະ ເຫັນບັນຫາຕົວຈິງ ຂອງປະຊາຊົນ, ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ທາງດ້ານການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ເຫື່ອແຮງ ແລະຄວາມຮູ້, ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ແຕ່ລະວຽກງານໃຫ້ເລິກເຊິ່ງ, ທັງ ຮັບປະກັນໃຫ້ຖືກຕ້ອງຕາມລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະສອດຄ່ອງກັບຄວາມ ເປັນຈິງ ຂອງສັງຄົມໃນປະຈຸບັນ, ເພື່ອຄວາມເປັນເອກະພາບກັນກ້າວໄປເຖິງການຮັບຮອງເອົາແຕ່ລະບັນຫາດ້ວຍຄຸນນະພາບສູງ. ຮຽກຮ້ອງເຖິງພະນັກງານ, ທະຫານ, ຕຳຫຼວດ, ແພດໝໍ, ສື່ມວນຊົນ ແລະ ປະຊາຊົນລາວ ບັນດາເຜົ່າ ຈົ່ງໄດ້ພ້ອມກັນຕິດຕາມຮັບຟັງ ການດໍາເນີນກອງປະຊຸມຄັ້ງນີ້ ພ້ອມທັງໃຫ້ຄຳເຫັນຕຳນິຕິຊົມ ແລະ ສະເໜີບັນຫາ ຜ່ານໂທລະສັບສາຍດ່ວນ ໝາຍເລກ 071 156 ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນ, ສົມບູນ ແລະບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະດໍາເນີນໄປຈົນເຖິງຕອນບ່າຍຂອງວັນທີ 26 ກໍລະກົດ 2024 ຈຶ່ງຈະສໍາ ເລັດ.

ເນື້ອໃນຂ່າວໂດຍ: ທ. ບຸນທະວີ ສົມມະນີ ຄະນະໂຄສານາອົບຮົມແຂວງ ຫຼບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa