ກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກຄະນະໂຄສະນານະຄອນ ຄັ້ງທີ I

ກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກຄະນະໂຄສະນານະຄອນ ຄັ້ງທີ

ໃນຕອນເຊົ້າຂອງ ວັນພຸດ ວັນທີ 31 ກໍລະກົດ 2024 ນີ້, ຄະນະໂຄສະນາອົບຮົມນະຄອນຫຼວງພະບາງ ໄດ້ເປີດກອງປະຊຸມໃຫຍ່ຂອງໜ່ວນພັກ ຄັ້ງທີ I ຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລານະຄອນຫຼວງພະບາງ ຂື້ນຢ່າງເປັນທາງການ, ພາຍໃຕ້ການຊີ້ນໍາຂອງສະຫາຍເລຂາພັກນະຄອນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສົມດີ ພອນສະຫວັດ ຮອງເລຂາພັກນະຄອນ, ສະຫາຍ ວີ ເຮີເຊຍໄມ ຄະນະປະຈໍາພັກ ເລຂາໜ່ວຍພັກຄະນະໂຄສະນາອົບຮົມນະຄອນ, ສະຫາຍ ສົມຈິດ ສິງລໍຄໍາ ຮອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ມີບັນດາກໍາມະການປະຈໍາພັກ, ກຳມະການພັກ, ເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນໜ່ວຍພັກເຂົ້້ຮ່ວມ ທັງໝົດ 31 ສະຫາຍ, ຍິງ 9 ສະຫາຍ.

ພິທີ ສະຫາຍ ວີ ເຮີເຊຍໄມ ຄະນະປະຈໍາພັກ, ເລຂາໜ່ວຍພັກຄະນະໂຄສະນາອົບຮົມນະຄອນ ຂື້ນກ່າວເປີດກອງປະຊຸມ ແລະ ຜ່ານບົດລາຍງານການເມືອງຮອບດ້ານ 2 ພາກຂອງໜ່ວຍພັກທີ່  ກ່ຽວກັບຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີທີ່ຜ່ານມາ ແລະ ວາງທິດທາງແຜນການຄາດໝາຍສູ້ຊົນ 5 ປີຕໍ່ໜ້າ;  ໂອກາດດັ່ງກ່າວ ສະຫາຍ ສະດາລາຍ ພູມີ ຮອງເລຂາໜ່ວຍພັກຄະນະໂຄສະນາອົບຮມນະຄອນ ໄດ້ຜ່ານບົດສໍາຫຼວດນໍາພາລວມຂອງໜ່ວຍພັກ ແລະ ກ່າວລາໜ້າທີ່ ທີ່ຄົບວາລະສະໄໝຂອງການປະຕິບັດຕາມກົດລະບຽບພັກສະໄໝ  XI ຂອງພັກ, ໝວດ IV  ມາດຕາ 21 ເພື່ອມອບວາລະໃຫ້ປະທານຊີ້ນໍາ-ນຳພາຄະນະຮັບຜິດຊອບ ແລະ ຜ່ານມາດຖານເງື່ອນໄຂ, ຄັດເລືອກ ແລະ ພ້ອມທັງປ່ອນບັດເອົາຄະນະພັກຊຸດໃໝ່  ເຊິ່ງມີຜູ້ແທນສົມບູນທັງໝົດ 7 ສະຫາຍ, ມີຜູ້ສະມັກເລືອກຕັ້ງ 3 ສະຫາຍ, ເລືອກເອົາ 2 ສະຫາຍຄື: ສະຫາຍ ວີ ເຮີເຊຍໄມ ເປັນເລຂາໜ່ວຍພັກຊຸດໃໝ່,  ສະຫາຍ ສະດາລາຍ ພູມີ ເປັນຮອງເລຂາ ແລະ ເປັນປະທານກວດກາປະຈໍາໜ່ວຍພັກ.

ໃນໂອກາດທີ່ມີຄວາມໝາຍສໍາຄັນ ສະຫາຍ ສົມດີ ພອນສະຫວັດ ປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມ ຕໍ່່ກອງປະຊຸມ ສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກຊຸດໃໝ່ ແລະ ສະມາຊິກພັກທຸກສະຫາຍ ຕ້ອງໃຫ້ການຊ່ວຍເຫຼືອ ແລະ ຊຸກຍູ້, ເອົາໃຈໃສ່ ດ້ວຍຄວາມບຸກບື່ນ, ອົດທົນຜ່ານຜ່າອຸປະສັກນາໆປະການ, ໃຫ້ມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສືບຕໍ່ປະຕິບັດຄາດໝາຍສູ້ຊົນໄປຄຽງບ່າຄຽງໄລ່ກັບຄະນະໜ່ວຍພັກຄະນະໂຄສະນອົບຮົມນະຄອນ ໃຫ້ມີຜົນສໍາເລັດໃນສະໄໝຕໍ່ໄປ. ພ້ອມດຽວກັນນັ້ນ ສະຫາຍຄະນະພັກຊຸດໃໝ່ກໍ່ໄດ້ໃຫ້ກຽດຂື້ນກ່າວຮັບໜ້າທີ່- ຮັບຄໍາໂອວາດ ແລະ ກ່າວປິດກອງປະຊຸມ

 

ຂຽນຂ່າວໂດຍ: ນາງ ອຳໄພ ໄຊຍະເພັດ   ຄະນະໂຄສະນາອົບຮົມ ນະຄອນ-ຫຼວງພະບາງ

ກວດແກ້ : ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa