ພະນັກງານທະນາຄານແຂວງຫຼວງພະບາງ ຮັບຟັງການປາຖະກະຖາ 2 ວັນສຳຄັນປະຫວັດສາດ

ພະນັກງານທະນາຄານແຂວງຫຼວງພະບາງ

ຮັບຟັງການປາຖະກະຖາ 2 ວັນສຳຄັນປະຫວັດສາດ

ວັນທີ 07 ກັນຍາ 2024 ນີ້, ຢູ່ຫ້ອງປະຊຸມໃຫຍ່ ສາຂາທະນາຄານແຫ່ງ ສປປລາວ ພາກເໜືອແຂວງຫຼວງພະບາງ ໄດ້ຈັດພິທິປາຖະກະຖາວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975 ແລະ ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ. ໂດຍເປັນປະທານ ຂອງທ່ານ ທອງຈັນ ພົມມະລັດ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງ, ມີບັນດາທະນາຄານທຸລະກິດລັດ, ທະນາຄານທຸລະກິດເອກະຊົນ ແລະ ບັນດາສະຖາບັນການເງິນ ພາຍໃນເທດສະບານນະຄອນ ຫຼວງພະບາງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທທ່ານ ທອງຈັນ ພົມມະລັດ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມແຂວງ ໃຫ້ກຽດຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຢຶດອໍານາດ 23 ສິງຫາ 1945, 23 ສິງຫາ 1975, ໃຫ້ແກ່ສະມາ ຊິກພັກ-ພະນັກງານທະນາຄານ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງເລິກເຊິ່ງ ເຖິງຄວາມໝາຍຄວາມສຳຄັນຕໍ່ວັນແຫ່ງໄຊຊະນະດັ່ງກ່າວ, ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍຶດເຍື້ອຍາວນານຂອງປະຊາຊົນລາວບັນດາ ເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊໍ້າ-ນໍ້າບໍ່ຂຸ່ນ” ແຕ່ຈັບປາໄດ້ທັງໝົດ, ນັ້ນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວຢ່າງປະດິດສ້າງ, ມັນແມ່ນໄຊຊະນະຂອງກໍາລັງແຮງ ຈາກຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງກອງທັບ ແລະ ປວງຊົນທັງຊາດ, ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊົນກຳປູເຈ່ຍອ້າຍນ້ອງທີ່ໄດ້ຄຽງບ່າ-ຄຽງໄຫຼ່ກັນຕ້ານສັດຕູດຽວກັນຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ. ໂອກາດນີ້ທ່ານຍັງໄດ້ ເຜີຍແຜ່ມູນເຊື້ອວັນລັດຖະທຳມະນູນແຫ່ງ ສປປລາວ ຄົບຮອບ 33 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ ແລະ ຄວາມໝາຍສໍາຄັນຂອງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ, ຕີລາຄາສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງສະແດງອອກໃຫ້ເຫັນທັງດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງໃນໄລຍະປີທີ່ຜ່ານມາ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດລັດຖະທຳມະ ນູນ ແລະ ກົດໝາຍຕ່າງໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.

ຕອນທ້າຍປະທານໄດ້ເນັ້ນໜັກໃຫ້ຄະນະພັກ ຂອງສາຂາທະນາຄານແຫ່ງ ສປປລາວ ພາກ  ເໜືອ ແຂວງຫຼວງພະບາງ ຕ້ອງເອົາໃຈໃສ່ຜັນຂະຫຍາຍເນື້ອໃນມູນເຊື້ອ 23 ສິງຫາ ແລະ ວັນລັດ ຖະທຳມະນູນແຫ່ງ ສປປລາວ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ແລະ ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການພັດທະນາອົງກອນຂອງຕົນ ແລະ ປະເທດຊາດ ເວົ້າສະເພາະແມ່ນແຂວງຫຼວງພະບາງ, ເປັນຕົ້ນແມ່ນ: ເພີ່ມກະວີການສຶກສາອົບຮົມພະນັກງານ ແລະ ຄົນຮຸ່ນໜຸ່ມ ໃຫ້ເຂົ້າໃຈກ່ຽວກັບມູນເຊື້ອ 23 ສິງຫາ ດ້ວຍຮູບການຕ່າງໆ ໃຫ້ກວ້າງຂວາງເລິກເຊິ່ງ, ປຸກລະດົມການເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ. ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມສັກສິດ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ງແຂງດ້ວຍຕົນເອງ ເພື່ອພັດທະນາ ຕົນເອງ, ຄອບຄົວ ແລະ ປະທດຊາດ ໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກ ແລະ ເອົາໃຈໃສ່ປະຕິ ບັດນະໂຍບາຍຕ່າງປະ ເທດຂອງພັກ ແລະ ລັດວາງອອກ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ.

ຂຽນໂດຍ: ທ່ານ ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa