ສະພາບນໍ້າຖ້ວມ ຢູ່ຫລວງພະບາງ

ສະພາບນໍ້າຖ້ວມ ຢູ່ຫລວງພະບາງ

ເນື່ອງຈາກໄດ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຕິດຕໍ່ກັນຫຼາຍວັນຜ່ານມາ ເຮັດໃຫ້ລະດັບແມ່ນໍ້າຂອງ ແລະ ນໍ້າສາຂາ ໃນຂອບເຂດແຂວງຫຼວງພະບາງ ເພີ່ມຂຶ້ນສູງ ໂດຍສະເພາະ ເທດສະບານ ນະຄອນ ຫລວງພານາງ ລະດັບແມ່ນໍ້າຂອງ ເຂດບ້ານປ່າຂາມ ໃນ ຕອນເຊົ້າ ຂອງວັນທີ 12 ກັນຍາ 2024 ວັດແທກໄດ້ 19 ແມັດ ທຽບໃນຕອນແລງຂອງວັນທີ 11 ກັນຍາ ເພີ່ມຂຶ້ນ 68 ຊັງຕີແມັດ ຊຶ່ງເປັນລະດັບອັນຕະລາຍແລ້ວ, ຄາດວ່າລະດັບນໍ້າຈະມີທ່າອ່ຽງເພີ່ມຂຶ້ນຕື່ມອີກ. ເພື່ອຊ່ວຍເຫຼືອ ປະ ຊາຊົນທີ່ຖືກຜົນກະທົບ ຈາກເຫດການນໍ້າຍຶ່ງຖ້ວມ ກໍາລັງທະຫານ ແລະ ຫຼາຍພາກສ່ວນ ໄດ້ຊ່ວຍຂົນເຄື່ອງ ຂອງປະຊາຊົນ-ຜູ້ບະກອບການທຸລະກິດ ຢູ່ເຂດແຄມນໍ້າຂອງ-ນໍ້າຄານ ຂຶ້ນໄວ້ບ່ອນປອດໄພ. ພັນຕີ ທອງສຸກ ຕາງໜ້າຄະນະບັນຊາກອງຮ້ອຍ 226 ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດ ໃນວັນທີ 12 ກັນຍາ 2024 ນີ້ວ່າ: ການຊ່ວຍເຫຼືອປະຊາຊົນຄັ້ງນີ້ ໄດ້ນໍາກໍາລັງ 10 ກວ່າຄົນເຂົ້າຊ່ວຍຂົນເຄື່ອງ ແລະ ນໍາເອົາຜູ້ພິການອອກໄປໄວ້ບ່ອນປອດໄພ.

ທ່ານ ນາກາວຸ ຊຸມຊົນພັກດີ ຫົວໜ້າຂະແໜງທາງນໍ້າ, ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ສໍາພາດວ່າ: ສໍາລັບ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ນໍາໃຊ້ເຮືອກູ້ໄພສຸກເສີນ ເຂົ້າຊ່ວຍເຫຼືອປະຊາຊົນບາງຈຸດ, ຊຶ່ງການຊ່ວຍເຫຼືອຄັ້ງນີ້ ໄດ້ລະດົມກໍາລັງພາຍໃນພະແນກ ໂດຍນໍາໃຊ້ພາຫານະທີ່ມີ ເປັນຕົ້ນເຮືອທ້ອງແບນ ແລະ ເຮືອຢ່າງ ເຂົ້າຊ່ວຍເຫຼືອປະຊາຊົນ ບ້ານລຽບຕາມຈຸດຍຶ່ງເຂດລ່ອງຫ້ວຍ ໂດຍຂົນເຄື່ອງໃຊ້ ແລະ ປະຊາຊົນ ໄປໄວ້ບ່ອນປອດໄພ ພ້ອມທັງໄດ້ແຈ້ງໃຫ້ບັນດາເຮືອຂົນສົ່ງໂດຍສານ ໃຫ້ມີສະຕິໃນການເດີນເຮືອ ພ້ອມທັງກວດກາຄວາມພ້ອມດ້ານເຕັກນິກ ແລະ ປຸກລະດົມໃຫ້ຜູ້ໂດຍ ສານ ພ້ອມກັນມີສະຕິໃນການເດີນເຮືອ ພ້ອມກັນນຸ່ງເສື້ອຊຸຊີບທຸກຄັ້ງ.

ມາຮອດຕອນບ່າຍຂອງວັນທີ 12 ກັນຍາ 2024 ນີ້ ທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນເຝົ້າລະວັງລະດັບແມ່ນໍ້າຂອງ ແລະ ນໍ້າສາຂາ ຢ່າງຕໍ່ເນື່ອງ ທັງກະກຽມກໍາລັງເຂົ້າຊ່ວຍເຫຼືອປະຊາຊົນຕະ ຫຼອດເວລາ, ພ້ອມນີ້ ຫ້ອງວ່າການແຂວງຫຼວງພະບາງ ໄດ້ອອກແຈ້ງເຕືອນເຖິງ ບະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນ ທີ່ອາໄສລຽບຕາມແຄມນໍ້າ ໂດຍສະເພາະເຂດພື້ນທີ່ຕໍ່າ, ຈົ່ງມີສະຕິເຝົ້າລະວັງນໍ້າຖ້ວມ ແລະ ສາພາບຝົນ ທີ່ຍັງຈະສຶບຕໍ່ຕົກຕື່ມອີກ ເພື່ອກຽມພ້ອມຮັບມື ຕໍ່ສະພາບນໍ້າຖ້ວມຍຶ່ງ ທີ່ອາດຈະເກີດຂຶ້ນ ພ້ອມທັງກະກຽມຍົກຍ້າຍ ວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ.

ຂຽນຂ່າວ: ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ ຫຼບ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa