ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບ 3 ວັນປະຫວັດສາດ

ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບ 3  ວັນປະຫວັດສາດ

ໃນຕອນເຊົ້າວັນທີ່ 17 ກັນຍາ 2024 ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເອກະ ສານ 3 ວັນປະຫວັດສາດຂອງພັກ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍາວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ມີຄະນະນໍາຂັ້ນແຂວງ, ຂັ້ນເມືອງ-ນະຄອນ, ພະນັກງານຫຼັກແຫຼ່ງທົ່ວແຂວງເຂົ້າຮ່ວມຮັບຟັງ.

ໃນພິທີ ສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ໄດ້ກ່າວຕ້ອນຮັບ ແລະ ລາຍງານໂດຍຫຍໍ້ກ່ຽວກັບສະພາບການກະກຽມ ແລະ ດຳເນີນກອງປະຊຸມ 3 ຂັ້ນຢູ່ແຂວງຫຼວງພະບາງ ເຊິ່ງສະຫາຍໄດ້ລາຍງານວ່າ: ແຂວງຫຼວງພະບາງ ປະກອບມີ 01 ອົງຄະນະພັກນະຄອນ, 11 ອົງຄະນະພັກເມືອງ ແລະ 02 ອົງຄະນະພັກກໍາລັງປະກອບອາວຸດ; ມີການຈັດຕັ້ງຮາກຖານພັກທັງໝົດ 1.592 ຮາກຖານ; ໃນນັ້ນ ມີ 77 ຄະນະພັກຮາກຖານ, 1.075 ໜ່ວຍພັກຮາກຖານ, 440 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ. ການດໍາເນີນກອງປະຊຸມໃຫຍ່ຮາກຖານພັກສໍານັກງານ ອ້ອມຂ້າງເມືອງ-ນະຄອນ, ມາຮອດປັດຈຸບັນສໍາເລັດ 500 ຮາກຖານ, ກວມ 99.98%, ຍັງບໍ່ທັນສຳເລັດ 32 ຮາກຖານ. ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ປະທານໄດ້ນຳສະເໜີບັນດານິຕິກຳການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກຂອງຊາດ ພ້ອມທັງມີຄຳຖາມເຈາະຈີ້ມ ແລະ ຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນ. ເພື່ອຜັນຂະຫຍາຍຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 182/ຄລສພ, ລົງວັນທີ່ 12 ກໍລະກົດ 2024, ກ່ຽວກັບການກະກຽມ ແລະ ເຫຼີມສະຫຼອງສາມວັນປະຫວັດສາດໃນປີ 2025 ໃຫ້ເຂົ້າສູ່ວຽກງານຕົວຈິງ, ເພື່ອຄວາມເປັນເອກະພາບ ແລະ ໄປຕາມພາລະບົດບາດກໍ່ຄືການກຳນົດເວລາ ຮັບປະກັນໄປຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະຮັບຜິດຊອບລະດັບຊາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ, ທັງເປັນການຍູ້ແຮງຂະບວນການໃນທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດເປັນຂະບວນຟົດຟື້ນ, ບັນລຸຕາມຈຸດປະສົງ, ລະດັບຄາດໝາຍ ແລະ ຮັບປະກັນຄວາມສະຫງົບ ເປັນລະບຽບຮຽບຮ້ອຍໃນສັງຄົມ

ປະທານໄດ້ເໜັ້ນໜັກບັນຫາທີ່ສໍາຄັນຫຼາຍບັນຫາໃຫ້ຄະນະພັກ, ຄະນະຮັບຜິດຊອບທຸກຂັ້ນທົ່ວແຂວງຫຼວງພະບາງ ເປັນຕົ້ນແມ່ນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວເທດຄັ້ງມີ XII ຂອງພັກ ຕິດພັນກັບການກະກຽມການສະເຫຼີມສະຫຼອງວັນບຸນໃຫຍ່ຂອງພັກ, ຂອງຊາດກອງປະຊຸມອາຊຽນ ຮັບປະກັນຄວາມສະຫງົບ, ປອດໄພ 100%, ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕະຫຼອດເຖິງພໍ່ແມ່ປະຊາຊົນໃຫ້ເຂົ້າໃຈເລິກເຊິ່ງເຖິງບັນຫາທີ່ທ້າທາຍ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ມີຄວາມສາມັກຄີໜັກແໜ້ນ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນຂອງຕົນເອງ ແລະ ພ້ອມກັນພັດທະນາປະເທດຊາດໃຫ້ກ້າວໄປສູ່ຈຸດໝາຍ. ຕອນທ້າຍໄດ້ມອບເງິນຊ່ວຍເຫຼືອໄພພິບັດໃຫ້ແຂວງຫຼວງພະບາງເປັນເງິນຈຳນວນ: 30,000,000 ກີບ (ສາມສິບລ້ານກີບ).

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa