ບ້ານກຸງເກືອຍ, ບ້ານໃໝ່ ເມືອງຂວາ ແຂວງຜົ້ງສາລີ
ໃນຍຸກປັດຈຸບັນ ບັນຫາການປ່ຽນແປງຂອງສະພາບພູມອາກາດກຳລັງເປັນປະເດັນທີ່ທົ່ວໂລກໃຫ້ຄວາມສຳ ຄັນ ການມີສ່ວນຮ່ວມທັງເພດຍິງ ແລະ ເພດຊາຍ ໃນການປັບຕົວຕໍ່ການປ່ຽນແປງເຫຼົ່ານີ້ ກາຍເປັນປັດໃຈສຳຄັນທີ່ຊ່ວຍເສີມສ້າງຄວາມຍັ້ງຍືນໃຫ້ກັບຊຸມຊົນ ແລະ ສັງຄົມໃນໄລຍະຍາວ.
ນັບແຕ່ປີ 2014, ອົງການແຄຣ ນານາຊາດປະຈຳ ສປປ ລາວ ໄດ້ຮັບການສະໜັບສະໜູນທຶນ ຈາກອົງການແຄຣ ເດັນມາກ, ສະຫະພາບ ເອີລົບ ແລະ ສິ່ງແວດລ້ອມ, ກະຊວງການພັດທະນາ ແລະ ໂຄງລ່າງພື້ນຖານແບບຍືນຍົງຂອງປະເທດລຸກຊຳບວກ ໄດ້ຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ ຢູ່ເຂດຊຸມຊົນຫ່າງໄກສອກຫຼີກ. ໃນນັ້ນ ບ້ານກຸງເກືອຍ, ບ້ານໃໝ່ ເມືອງຂວາ ແຂວງຜົ້ງສາລີ ກໍ່ໄດ້ຖືກຄັດເລືອກເປັນບ້ານເປົ້າໝາຍທີ່ໄດ້ຮັບການຊ່ວຍເຫຼືອໃນຫຼາຍດ້ານເປັນ ຕົ້ນແມ່ນການຊ່ວຍເຫຼືອດ້ານກະສິກຳ(ການປູກຝັງ-ລ້ຽງສັດ), ການສະໜອງອຸປະກອນ ແລະ ແນວພັນພືດໃນການປູກຜັກປອດສານພິດໃນເຮືອນຮົ່ມ, ສ້າງກຸ່ມຫັດຖະກຳຜະລິດໄມ້ຍູກວດ, ຜະລິດຊ້ານ້ຳກ້ຽງ, ຊ່ວຍເຫຼືອລະບົບນ້ຳລິນສະອາດ ໃຫ້ປະຊາຊົນມີນ້ຳກິນ, ນ້ຳໃຊ້ສະດວກສະບາຍ, ໃຊ້ບົວລະບັດ-ຫົດນໍ້າຜັກສວນຄົວໄດ້ຕະຫຼອດປີ, ສາມາດຂາຍເປັນສິນຄ້າສ້າງລາຍຮັບເຂົ້າຄອບ ຄົວ; ເຮັດໃຫ້ປະຊາຊົນມີສຸຂະອາໄມ, ອາຊີບໝັ້ນຄົງ, ຊີວິດການເປັນຢູ່ດີຂື້ນກວ່າເກົ່າ ສາມາດກຸ້ມຕົນເອງເພິ່ງຕົນເອງ, ທີ່ສຳຄັນແມ່ນສາມາດຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ; ນອກນັ້ນຍັງໄດ້ສະໜອງທຶນລ້ຽງສັດຄື: ງົວ, ໝູ, ເປັດ, ໄກ່, ປາ, ລ້ຽງເຜິ້ງ ແລະ ຍັງໄດ້ການປູກພືດທີ່ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບອາ ກາດອີກຕື່ມ.
ຫຼັງຈາກໄດ້ຮັບທຶນຊ່ວຍເຫຼືອຈາກ ໂຄງການ GAMCIL, ອົງການ ແຄຣ ນານາຊາດ ປະຈໍາ ສປປ ລາວ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນດີຂື້ນເລື້ອຍໆ, ມີວຽກເຮັດງານທຳ, ມີນໍ້າໃຊ້ສະດວກສະບາຍ ແລະ ມີສຸຂະອານາໄມທີ່ດີຂື້ນເປັນກ້າວໆ. ການຊ່ວຍເຫຼືອ ໂຄງການແຄຣ ບໍ່ພຽງແຕ່ແບ່ງປັນຄວາມຮູ້ທີ່ມີປະໂຫຍດເທົ່ານັ້ນ ແຕ່ຍັງຊ່ວຍເຮັດໃຫ້ປະຊາຊົນສອງບ້ານ ມີແນວຄິດທາງດ້ານການພັດທະນາທີ່ຍັ້ງຢືນ ແລະ ສາມາດປັບຕົວໄດ້ໃນໄລຍະຍາວ.
ຂ່າວ: ສົມລີ ສຸທິເດດ