ພິທີເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ຄັ້ງທີ III
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ແຂວງຫຼວງພະບາງ ຄັ້ງທີ III ໄດ້ໄຂຂື້ນໃນຕອນເຊົ້າ ຂອງວັນທີ່ 23 ມັງກອນ 2025 ທີ່ສະໂມສອນໃຫຍ່ຂອງເມືອງ ມີ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ຜູ້ແທນຮັບເຊີນ ແລະຜູ້ແທນສົມບູນ ທັງໝົດ 85 ສະ ຫາຍ, ຍິງ 4 ສະຫາຍ, ຜູ້ແທນບົ່ງຕົວ 4 ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກພັກ ຈຳນວນ 1,085 ສະຫາຍ ໃນທົ່ວເມືອງ ເຂົ້າຮ່ວມ. ສະຫາຍ ບຸນຈັັນ ປານຟອງເພັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ກ່າວເປີດກອງປະຊຸມວ່າ: ຕະຫຼອດໄລຍະ 5 ປີ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກເມືອງ, ເຫັນວ່າທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ ສັງຄົມມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວດ້ວຍບາດກ້າວໃໝ່, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ ທັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສິດເສລີພາບ ແລະປະຊາທິປະໄຕພົນລະເມືອງ ໄດ້ຮັບການເສີມຂະຫຍາຍຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ, ຖັນແຖວພະນັກງານ, ສະມາຊິກພັກ ໄດ້ຮັບການບຳລຸງກໍ່ສ້າງຫຼາຍຂຶ້ນ ຕິດພັນກັບຂະບວນການວຽກງານຕົວຈິງ. ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ III ນີ້ ອົງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະປະຊາຊົນບັນດາເຜົ່າພາຍໃນເມືອງ ໄດ້ສ້າງຂະບວນການອັນພົ້ນເດັ່ນໃນຫຼາຍດ້ານຢ່າງຕໍ່ເນື່ອງ ໂດຍຕິດພັນກັບຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຍູ້ແຮງຂະບວນການ 3 ສ້າງ ເຂົ້າສູ່ລວງເລິກ, ສ້າງບ້ານພັດທະນາ, ວຽກງານແກ້ໄຂຄວາມທຸກຍາກ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ໃນການນໍາພາຂອງພັກ ຢ່າງເປັນຮູບປະທຳ. ໂອກາດນີ້ ສະ ຫາຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະ ຊຸມທຸກສະຫາຍ ຈົ່ງສຸມສະຕິປັນຍາເຊີດຊູຄວາມເປັນເຈົ້າການ ແລະຄວາມຮັບຜິດ ຊອບທາງດ້ານການເມືອງໃຫ້ສູງ ເຂົ້າໃນການຄົ້ນຄ້ວາຕົກລົງບັນຫາສໍາຄັນໃຫ້ເລິກເຊິ່ງຖືກຕ້ອງ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍດີ ແລະ ມີຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ຄັ້ງທີ III ນີ້ ດຳເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດ, ຄວາມສາມາດການນໍາພາຂອງຄະນະພັກ, ເຮັດໃຫ້ເມືອງໂພນທອງ ມີຄວາມສະຫງົບ, ເສີມຂະຫຍາຍການພົວພັນຮ່ວມມືຮອບດ້ານ ກັບເມືອງດຽນບຽນ ແຂວງດຽນບຽນ, ເມືອງສົບກົບ ແຂວງເຊີນລາ ສສ ຫວຽດນາມ, ນໍາໃຊ້ເຕັກນິກເຂົ້າໃນການປູກຝັງ-ລ້ຽງສັດ, ຜະລິດເປັນສິນຄ້າ ຕິດພັນກັບການປົກປັກຮັກສາປ່າໄມ້ ແລະສິ່ງແວດລ້ອມຕາມທິດສີຂຽວ-ຍືນຍົງ” ເຊີ່ງຜູ້ແທນກອງປະຊຸມຈະໄດ້ຄົ້ນຄວ້າ ແລະຮັບຮອງເອົາຜົນສໍາເລັດ ການນໍາພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໃນໄລຍະ 5 ປີຜ່ານມາ ແລະຮັບຮອງເອົາລາຍງານການເມືອງ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ 5 ປີຕໍ່ໜ້າ (2025-2029) ແລະບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ, ພ້ອມກັນນັ້ນ ຈະໄດ້ເລືອກຕັ້ງເອົາຄະນະບໍລິ ຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ ນໍາພາ-ຊີ້ນໍາ ພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງໂພນທອງ ໃຫ້ກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານ. ໂດຍຈະດຳເນີນເປັນເວລາ 2 ວັນຈື່ງຈະສຳເລັດ.
ຂ່າວຄັດຈາກ: ມວນຊົນຫຼວງພະບາງ.
ໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາ ອົບຮົມແຂວງ.