ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງເມືອງໂພນທອງ

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງເມືອງໂພນທອງ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໂພນທອງ ແຂວງຫຼວງພະບາງ ຄັ້ງທີ III ໄດ້ດຳເນີນເປັນເວ ລາ 2 ວັນເຕັມ, ແຕ່ວັນທີ 23-24 ມັງກອນ 2025 ທີ່ສະໂມສອນໃຫຍ່ຂອງເມືອງ; ໂດຍມີຜູ້ແທນສົມບູນ ທັງ ໝົດ 85 ສະຫາຍ ຍິງ 4 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1,085 ສະຫາຍ ແລະຜູ້ແທນຮັບເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະໄດ້ຮັບຮອງເອົາເນື້ອໃນລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງຄັ້ງທີ II ໂດຍໄດ້ສະຫຼຸບຕີລາຄາໝາກຜົນ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກເມືອງ ກໍຄືມະຕິ VIII ຂອງອົງຄະນະພັກແຂວງ ແລະມະຕິ XI ຂອງພັກ.

ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຊຸດທີ II ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນ ເຊື້ອ ແລະບົດຮຽນ ຂອງຄະນະພັກຊຸດຜ່ານມາ, ສາມາດນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນ ມີຜົນສໍາເລັດອັນສໍາຄັນ ພົ້ນເດັ່ນຫຼາຍດ້ານ ແລະບາງດ້ານໄດ້ລື່ນຄາດໝາຍ.

ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ III ຈຳນວນ 25 ສະຫາຍ ຍິງ 3 ສະຫາຍ, ທັງປ່ອນບັດເລືອກຕັ້ງ ເອົາຜູ້ແທນສົມບູນ 12 ສະຫາຍ, ຍິງ 2 ສະຫາຍ ແລະຜູ້ແທນສຳຮອງ 2 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX

ຜ່ານການດຳເນີນກອງປະຊຸມ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງໂພນທອງ ຊຸດທີ III ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາ ຄະນະປະຈຳພັກເມືອງ 7 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ບຸນຈັນ ປານຟອງເພັດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສົມວອນ ແກ້ວຄຳພອນ ແລະ ສະ ຫາຍ ທອງດີ ດວງພະຈັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ອໍາຄາ ແກ້ວອໍາພອນ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ອານຸສັກ ສີລິພົງ ແລະ ສະຫາຍ ນາງ ອຳໄພວັນ ເພັດສະ ໄໝ ເປັນຮອງປະທານຄະນະກວດກາພັກ.

ຕອນທ້າຍ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ; ໄດ້ຕີລາຄາສູງ ຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງ ຄະນະພັກເມືອງ ແລະ ການຈັດຕັ້ງປະຕິບັດ ບັນດາມະຕິ ໃນຊຸມປີຜ່ານມາ ທີ່ອົງຄະນະພັກເມືອງຍາດມາໄດ້; ທັງໄດ້ໃຫ້ທິດຊີ້ນໍາວຽກງານບາງດ້ານ ເພື່ອສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະປັບປຸງແກ້ໄຂຂໍ້ຄົງຄ້າງແຕ່ລະດ້ານ ໃຫ້ໝົດໄປ.

ພ້ອມນັ້ນສະຫາຍ ໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດ ຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງຊຸດນີ້ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະມີຜົນສໍາເລັດຢ່າງເປັນຮູບປະທໍາ.

ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa