ພິທີເປີດຮຽນເອກະສານອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກ
ໃນຕອນເຊົ້າຂອງວັນທີ 22 ມັງກອນ 2025 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງຫຼວງພະບາງໄດ້ມີການຈັດຕັ້ງອົບຮົມຄວາມຮູ້ພື້ນຖານແນວທາງຂອງພັກໃຫ້ກັບມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າພັກທີ່ມາຈາກ ຄະນະພັກຮາກຖານຫ້ອງວ່າການແຂວງຫຼວງພະບາງ, ຄະນະພັກຮາກຖານ ພະແນກແຮງງານ-ສະຫວັດດີ ການ ແລະ ສັງຄົມແຂວງ ແລະ ຄະນະພັກຮາກຖານພະແນກຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍການເປັນປະທານຂອງສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບ ແລະ ນັກສຳມະນາກອນທີ່ເປັນເປົ້າໝາຍຈະຂະຫຍາຍເຂົ້າພັກ ຈຳນວນ 10 ສະຫາຍຍິງ 7 ສະຫາຍ.
ໃນພິທີ ສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄຳເຫັນຊີ້ນຳບັ້ນຝຶກອົບຮົມ ເຊິ່ງສະຫາຍກໍ່ໄດ້ເນັ້ນໜັກໃຫ້ບັນດາມະຫາຊົນຜູ້ກ້າວໜ້າເອົາໃຈໃສ່ກຳແໜ້ນເນື້ອໃນຈິດໃຈຄວາມໝາຍຄວາມສຳຄັນຂອງບັນດາເອກະສານ ເພື່ອໃຫ້ບັນດາສະຫາຍນຳໄປໝູນໃຊ້ໃນການປະຕິບັດວຽກງານສະເພາະໜ້າໃຫ້ຖືກຕອ້ງ, ສອດຄ່ອງຕາມແນວທາງຂອງພັກ ເພື່ອເປັນການຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານໃຫ້ກາຍເປັນພະນັກງານ-ສະມາຊິກພັກມີຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ ຮູ້ກໍ່ສ້າງ ແລະ ປັບປຸງປົວແປງພັກ, ມີຄຸນສົມບັດ, ສິນທຳປະຕິວັດ, ເຊີຊູຄວາມເປັນແບບຢ່າງນຳໜ້າ, ລວມທັງສິ່ງທ້າທາຍທົດສອບຕ່າງໆ ສາມາດແບກຫາບໜ້າທີ່ການເມືອງຂອງພັກ ກາຍເປັນຜູ້ສືບທອດຄົບຕາມມາດຖານເງື່ອນໄຂຂອງພັກວາງອອກ.
ການອົບຮົມໃນຄັ້ງນີ້ແມ່ນນຳໃຊ້ເອກະສານ 13 ບົດ ແລະໄດ້ນຳໃຊ້ວິທະຍາກອນມາຈາກ ຄະນະໂຄສະນາອົບຮົມແຂວງ, ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນເປັນເວລາ 2 ວັນ.