ກອງປະຊຸມທາບທາມ ຮອບ I
ໂດຍປະຕິບັດຕາມຄຳສັ່ງ ຂອງຄະນະປະຈຳພັກແຂວງ, ຄຳແນະນຳ ແລະແຈ້ງການຂອງການຈັດຕັ້ງພັກ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງ, ອົງຄະນະພັກເມືອງ-ນະຄອນ, ອົງຄະນະພັກ ປກຊ-ປກສ ແລະ ຮາກຖານພັກໃນທົ່ວແຂວງ.
ໃນວັນທີ 06 ກຸມພາ 2025 ໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ໄດ້ເປີດກອງປະຊຸມທາບທາມບຸກຄະ ລາກອນຮອບທີ I ປະກອບເຂົ້າກອງປະຊຸມໃຫຍ່ຄັ້ງທີ VI ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍເປັນປະ ທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ຮອງ ຄອຮ.ຂ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ສະມາຊິກພັກ ພາຍໃນຄະ ນະໂຄສະນາອົບຮົມ ແລະ ແຂກຖືກເຊີນຈາກ ຄະນະຈັດຕັ້ງແຂວງ ແລະ ຄະນະກວດກາພັກ-ລັດ ແຂວງ ເຂົ້າຮ່ວມ.
ຈຸດປະສົງແມ່ນ ເປັນປັບປຸງປົວແປງພັກຕາມ 5 ຫຼັກການ 3 ທິດນຳ ເພື່ອເຮັດໃຫ້ໜ່ວຍພັກ, ສະມາຊິກພັກ ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ເສີມຂະຫຍາຍຄວາມສາມັກຄີ, ເສີມຂະຫຍາຍປະຊາທິປະໄຕ; ໃນພິທີ ໄດ້ຮັບຟັງການລາຍງານ ຮ່າງເນື້ອໃນ 3 ເອກະສານສຳຄັນ ທີ່ອະນຸກຳມະການກະກຽມກອງປະຊຸມໃຫຍ່ໜ່ວຍພັກໄດ້ກະກຽມ ເປັນຕົ້ນແມ່ນ ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ແລະ ຮ່າງບົດສຳຫຼວດການນຳພາລວມ ພາຍຫຼັງສຳເລັດການຜ່ານຮ່າງລາຍງານທັງ 3 ບົດ, ຄະນະໜ່ວຍພັກ, ບັນດາສະຫາຍຄະນະຮັບຜິດຊອບຂັ້ນແຂວງ ແລະ ສະມາຊິກພັກ ກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງເອກະສານດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ເຂົ້າສູ່ຂັ້ນຕອນທາບທາມບຸກຄະລະການກອນຮອບທີ 1, ຈາກນັ້ນ ຕາງໜ້າຄະນະຮັບຜິດຊອບການທາບທາມຂັ້ນແຂວງ ຂຶ້ນຜ່ານມາດຖານ, ເງື່ອນໄຂ ຜູ້ສະໝັກຮັບເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່. ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນ ສະຫາຍ ປະທານໄດ້ມີທິດຊີ້ນໍາກອງປະຊຸມ ເຊິ່ງເພິ່ນໄດ້ເໜັ້ນໜັກໃຫ້ບັນດາສະຫາຍສະມາຊິກພັກ ຈົ່ງຄັດເລືອກເອົາບຸກຄະລາກອນ ຢ່າງພາວະວິໄສ ຫຼີກລ້ຽງແນວຄິດອະຄະຕິສ່ວນຕົວ, ຈຸ້ມເຈື້ອເຊື້ອສາຍ ເພື່ອປະຕິບັດໜ້າທີການເມືອງຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ຢ່າງສຸດກົກສຸດປາຍ, ຈາກນັ້ນຄະນະຮັບຜິດຊອບແຈກຍາຍບັດທາບທາມໃຫ້ສະມາຊິກພັກແຕ່ລະສະຫາຍລົງຄະແນນສຽງ.
ກອງປະຊຸມດັ່ງກ່າວ ໃຊ້ເວລາ 1 ຕອນ ແລະສຳເລັດຜົນຢ່າງຈົບງາມ.
ພາບ-ຂ່າວ : ສົມລີ ສຸທິເດດ, ຄະນະໂຄສະນາອົບຮົມແຂວງ.
ກວດແກ້ໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.