ເມືອງນໍ້າບາກ ແຂວງຫຼວງພະບາງຈັດພິທີປາຖະກະຖາ
ໃນຕອນເຊົ້າຂອງວັນທີ 04 ມັງກອນ 2025 ຜ່ານມານີ້ທາງຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ສົມທົບກັບ ສະຫະພັນກຳມະບານເມືອງຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 69 ປີ ແລະ ເຜີຍແຜ່ແຜນແມ່ ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ສະບັບປີ 2024-2028 ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໃຫ້ກຽດ ເປັນປະທານພິທີໃນຄັ້ງນີ້ໂດຍ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ມີຄະ ນະປະຈຳພັກເມືອງ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ຄະນະ ບໍລິຫານງານສະຫະພັນກຳມະບານ, ປະທານ-ຮອງປະທານຮາກຖານກຳມະບານ ພ້ອມດ້ວຍສະມາຊິກກຳມະບານທຸກ ສະຫາຍເຂົ້າຮ່ວມ ມີຈຳນວນຜົນເຂົ້າທັງໝົດ 130 ທ່ານ; ຍິງ 27 ທ່ານ.
ພິທີໃນຄັ້ງນີ້ເພື່ອຫວນຄືນມູນເຊື້ອປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງ ກຳມະບານລາວ ໃນເມື່ອກ່ອນປະເທດລາວໄດ້ຕົກຢູ່ພາຍໃຕ້ການປົກຄອງຂອງພວກລາເມມືອງຂຶນຝຣັ່ງພວກເຂົາໄດ້ເຂັ່ນ ຂ້າປະຊາຊົນຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ, ກຳມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງ ໜັກໜ່ວງ ຈະແມ່ນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ພວກເຂົາບັງຄັບກຳມະກອນອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານຫຼາຍໃຫ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ ໄລ່ອອກການໂດຍບໍ່ມີເຫດຜົນພຽງພໍ, ຖືກ ທຸບຕີທໍ່ລະມານຢ່າງແສນສາຫັດ, ຊີວິດການເປັນຢູ່ຂອງກໍາມະກອນ ແລະ ປະຊາຊົນລາວບັນດາເຜົ່າແມ່ນອຶດຢາກ, ຂາດ ສິດເສລີພາບດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການ-ສັງຄົມ, ບໍ່ໄດ້ຮັບການຮໍ່າຮຽນ ແລະ ອື່ນໆ ໂດຍສືບທອດນໍ້າໃຈຮັກເຊື້ອແພງຊາດອັນແຮງກ້າ, ເດັດຂາດບໍ່ຍອມຈຳນົນຂອງບັນພະບູລຸດລາວ ກຳມະ ກອນ ຊາວຜູ້ອອກແຮງງານລາວ ແລະ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຂື້ນຕໍ່ສູ້ຢ່າງອົງອາດກ້າຫານຫຼາຍຄັ້ງພາຍໃຕ້ ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນລາວ, ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງສະຫະ ພັນກໍາມະບານລາວຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ. ເພື່ອເສີມຂະຫຍາຍປະຊາທິປະໄຕ, ປົກປ້ອງສິດ ຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ, ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກ ປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
ເພື່ອສຶກສາອົບຮົມກ່ຽວກັບ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາດົນນານ, ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການສ້າງ ຄູ່ຮ່ວມຊາຕາກຳ ລາວ–ຈີນ ທີ່ມີເນື້ອໃນຕົ້ນຕໍ່ແມ່ນເພີມທະວີການປະສານງານ ດ້ານຍຸດທະສາດ ເພື່ອຮັດແໜ້ນສາຍ ພົວພັນທີ່ມີຜົນ ປະໂຫຍດຮ່ວມກັນໃຫ້ໝັ້ນຄົງ ແລະ ປອດໄພ ຄໍ້າປະກັນຜົນສຳເລັດຂອງການປົກປັກຮັກສາ ແລະ ພັດທະນາປະເທດ ເຮົາໃນປະຈຸບັນ ແລະ ອະນາຄົດ.
ຂ່າວໂດຍ: ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງນໍ້າບາກ.